Node.js Hosting

ໃນບົດຄວາມນີ້ເຮົາຈະມາເວົ້າເຖິງເຄື່ອງມື ແລະ ຟີເຈີຫຼັກສໍາລັບ NodeJS ໃນແລັດຟອມ Huk-Com Cloud ທີ່ມີຄວາມວ່ອງໄວ ສາມາດປັບຂະໜາດໄດ້ ແລະ ມາພ້ອມກັບເຄື່ອງມືທີ່ມີປະສິດທິພາບໃນການຈັດການໂດຍອັດຕະໂນມັດ

ການຕັ້ງຄ່າ Environment Node.js

ການຣັນແອັບພລິເຄຊັນ Nodejs ທ່ານຈະຕ້ອງຕັ້ງຄ່າ environment ໃຫ້ເໝາະສົມໂດຍການໃຊ້ Topology Wizard ສະຫຼັບໄປທີ່ Node.js ເລືອກເວີຊັ່ນ engine ທີ່ທ່ານຕ້ອງການສໍາລັບແອັບພລິເຄຊັນເຊີບເວີ ແລະ software stack ອື່ນໆຈາກນັ້ນປັບພາຣາມິເຕີເຊັ່ນ ຈໍານວນໂນດ, cloudlets, Public IPv4

ໝາຍເຫດ: ແຕ່ລະອິນສແຕນເປັນຄອນເທັນເນີທີ່ແຍກກັນຢ່າງສິ້ນເຊີງ ແລະ ໂນດທີ່ປັບຂະໜາດ Horizontal Scaling ຈະຖືກກະຈາຍອອກໄປໃນແຕ່ລະເຊີບເວີໂດຍອັດຕະໂນມັດ (physical servers ຫຼື VMs) ເພື່ອໃຫ້ໝັ້ນໃຈວ່າມີຄວາມພ້ອມນໍາໃຊ້ສູງ

ເວີຊັ່ນ Node.js

ປະຈຸບັນເຮົາຮອງຮັບ Node.js ເວີຊັ່ນ

  • 12.x.x
  • 14.x.x
  • 16.x.x
  • 17.x.x

ທ່ານສາມາດເລືອກເວີຊັ່ນຂອງ Node.js ທີ່ທ່ານຕ້ອງການໄດ້ໂດຍຜ່ານ topology wizard ໃນລະຫວ່າງການສ້າງ enviornment ໃໝ່ ແລະ ທ່ານສາມາດປັບປ່ຽນເວີຊັ່ນທີ່ມີຢູ່ຜ່ານ container redeployment

ການ deploy ແອັບພລິເຄຊັນ Node.js

ແພລັດຟອມນີ້ຈະດໍາເນີນການ deploy ອັດຕະໂນມັດສໍາລັບການຈັດການແອັບພລິເຄຊັນເຊີບເວີ Node.js ສາມາດເຮັດໄດ້ດ້ວຍວິທີດັ່ງນີ້:

  • Local File – ອັບໂຫຼດໄຟລຈາກເຄື່ອງຂອງທ່ານ (.zip .tar .tar.gz .tar.bz2 .tar.xz)
  • URL (http://… ftp://… file://…)
  • Git/SVN – remote VCS repository (ເຊັ່ນ GitHub)

ໝາຍເຫດ: ທ່ານສາມາດປ່ຽນເສັ້ນທາງ ports auto-redirect ດ້ວຍຕົຍເອງຜ່ານຕົວແປ REDIRECT_EXCLUDE_PORTS

ຄູ່ມືເພີ່ມເຕີມກ່ຽວກັບການ deploy ແອັບພລິເຄຊັນ Node.js ຕາມຫົວຂໍ້ດ້ານລຸ່ມ

Node.js Package Managers

Process Managers ມີຄວາມສາມາດໃນການຄວບຄຸມ application lifecycle, ກວດສອບການເຮັດວຽກຂອງ service, ແລະ ຮັກສາຄວາມສາມາດໃນການເຮັດວຽກ ແພັດຟອມນີ້ຮອງຮັບ process manager ຂອງ NodeJS stack:

  • npm – start ແອັບພລິເຄຊັນ
  • pm2 – ຟີເຈີການຈັດການແອັບພລິເຄຊັນທີ່ຫຼາກຫຼາຍລວມເຖິງກວດສອບ processes ຂອງ Node.js ທີ່ເປີດນໍາໃຊ້
  • forever – ຣັນ Node.js ຢ່າງຕໍ່ເນື່ອງ ແລະ ຣີສຕາດໃໝ່ອັດຕະໂນມັດເມື່ອເກີດຄວາມຫຼົ້ມເຫຼວ
  • supervisor – ກວດສອບແອັບພລິເຄຊັນທີ່ເຮັດວຽກຢູ່ເພື່ອເບິ່ງການປ່ຽນແປງ ແລະ ຣີສຕາດໂດຍອັດຕະໂນມັດທີ່ຈໍາເປັນເພື່ອໃຫ້ອັບເດດຢູ່ສະເໝີ

ທ່ານສາມາດເລືອກໃຊ້ process manager ທີ່ເໝາະສົມໃນລະຫວ່າງການ redeploy ຄອນເທັນເນີໃໝ່ຫຼືປ່ຽນ ຕົວແປ (forever, npm, pm2, ຫຼື supervisor) ແລະ ຣີສຕາດ ຄອນເທັນເນີເພື່ອປັບໃຊ້ຕົວເລືອກໃໝ່

ການຈັດການໂດເມນ

ທ່ານສາມາດຜູກໂດເມນຂອງທ່ານເອງໄດ້ຢ່າງງ່າຍດາຍໂດຍມີ 2 ຕົວເລືອກຕາມການຕັ້ງຄ່າ environment topology ຂອງທ່ານ

  • CNAME redirect ຫາກໃຊ້ Shared Load Balancer ແນະນໍາສໍາລັບ devຫຼືການ ທົດລອງ environment
  • DNS A Record ຫາກໃຊ້ Public IP; ສາມາດຮອງຮັບປະລິມານການນໍາໃຊ້ສູງ ແລະ ເໝາະສໍາລັບ production environment

ນອກຈາກນີ້ ທ່ານສາມາດສະຫຼັບການຮັບສົ່ງຂໍ້ມູນລະຫວ່າງ environment ຂອງທ່ານໄດ້ຢ່າງວ່ອງໄວ (ເພື່ອປ່ຽນເສັ້ນທາງລູກຄ້າໄປຍັງແອັບພລິເຄຊັນເວີຊັ່ນໃໝ່ກວ່າໂດຍບໍ່ມີ downtime) ໂດຍໃຊ້ຟັງຊັນ swap domains ຫຼືວິທີ SwapExtIps API/CLI

Automatic Vertical Scaling

ແພັດຟອມນີ້ທ່ານສາມາດກໍານົດຈໍານວນຊັບພະຍາກອນທີ່ຕ້ອງການໄດ້ຢ່າງແນ່ນອນ (RAM แແລະ CPU) ແບບໄດນາມິກທີ່ໂນດຂອງທ່ານຕາມການນໍາໃຊ້ load ປະຈຸບັນ ທ່ານຈຶ່ງບໍ່ຕ້ອງຈ່າຍເງິນຫຼາຍເກີນໄປໃນສ່ວນຂອງຊັບພະຍາກອນທີ່ບໍ່ໄດ້ນໍາໃຊ້

ພຽງຕັ້ງຄ່າ cloudlets limit ສໍາລັບແອັບພລິເຄຊັນ Nodejs (1 cloudlet ເທົ່າກັບ RAM 128 MiB ແລະ CPU 440 MHz)

ຄູ່ມເພີ່ມເຕີມກ່ຽວກັບການປັບຂະໜາດແນວຕັ້ງໂດຍອັດຕະໂນມັດ

Manual Horizontal Scaling

ການປັບຂະໜາດເພີ່ມ/ຫຼຸດຈໍານວນແອັບພລິເຄຊັນເຊີບເວີ ທ່ານສາມາດຕັ້ງຄ່າໄດ້ດ້ວຍຕົນເອງຜ່ານ topology wizard ຄລິກປຸ່ມ +/- ທີ່ສ່ວນຂອງ Horizontal Scaling ແລະສາມາດເລືອກໂນດສໍາລັບ scale ໂນດຕາມທີ່ທ່ານຕ້ອງການໄດ້

  • Stateless – ສ້າງໂນດໃໝ່ຈາກເທມເພລດ base image
  • Stateful ຄັດລອກໄຟລທັງໝົດຂອງຄອນເທັນເນີຫຼັກໄປຍັງໂນດໃໝ່

ຈໍານວນແອັບພລິເຄຊັນເຊີບເວີ environment ເລເຢີດຽວກັນສາມາດຂະຫຍາຍໄດ້ສູງສຸດ 16 ໂນດ ນອກຈາກນີ້ load balancer ຈະຖືກເພີ່ມໂດຍອັດຕະໂນມັດ ເມື່ອປັບຂະໜາດເຊີບເວີເພື່ອກະຈາຍການເຮັດວຽກໃຫ້ເໝາະສົມ ຄູ່ມືເພີ່ມເຕີມກ່ຽວກັບ ການປັບຂະໜາດແນວນອນ

Automatic Horizontal Scaling

ການຕັ້ງຄ່າປັບຂະໜາດເຄື່ອງເຊີບເວີອັດຕະໂນມັດ ຄລິກທີ່ປຸ່ມSettings > Auto Horizontal Scaling ໃນສ່ວນນີ້ທ່ານສາມາດຕັ້ງ trigger ສໍາລັບເພີ່ມຫຼືຫຼຸດຈໍານວນໂນດໂດຍວັດຈາກ application load
ທ່ານສາມາດກໍານົດຄ່າປະເພດຂອງຊັບພະຍາກອນທີ່ຈະ monitor (CPU, RAM, Network, Disk) ແລະກໍານົດເງື່ອນໄຂການປັບຂະໜາດ

ຮຽນຮູ້ເພີ່ມເຕີມກ່ຽວກັບການປັບຂະໜາດແນວນອນໂດຍອັດຕະໂນມັດ ຄລິກທີ່ລິ້ງນີ້

ນອກຈາກນີ້ ແພັດຟອມ Huk-Com Cloud ຍັງມີຟີເຈີ ແລະ ເຄື່ອງມືອື່ນໆເຊັ່ນ:

  • Built-In SSL ຫຼືກໍານົດເອງ
  • Public IPv4
  • ຊອບແວສະແຕັກທີ່ຫຼາກຫຼາຍ
  • Container firewalls, endpoints, ແລະການແຍກ environment
  • ການຈັດການ environment ໂດຍກົງຜ່ານ SSH
  • ການເປີດນໍາໃຊ້ API ແລະ Cloud Scripting ສໍາລັບການເຮັດວຽກອັດຕະໂນມັດ
  • ຮູບແບບການກໍານົດລາຄາແບບຈ່າຍຕາມການນໍາໃຊ້
  • ຟັງຊັ່ນການເຮັດວຽກຮ່ວມກັນ
  • ການກະຈາຍເຊີບເວີແບບ Multi-cloud