CLI Tutorial: Install JPS

ບົດຄວາມນີ້ເຮົາຈະສະແດງວິທີຕິດຕັ້ງແພັກເກັດ JPS ຜ່ານ CLI ຂັ້ນຕອນດັ່ງກ່າວອາດຈະມີການສ້າງ environment ໃໝ່ພ້ອມກັບການກໍານົດຄ່າໄວ້ລ່ວງໜ້າ (ເຊັ່ນການ deploy ແລະ ການກໍານົດຄ່າແອັບພລິເຄຊັນ) ຫຼື ດໍາເນີນການບາງຢ່າງກັບອິນສະແຕນທີ່ມີຢູ່

ເລີ່ມຕົ້ນໂດຍການຕິດຕັ້ງແພັກເກັດທີ່ເໝາະສົມໂດຍການຣັນແພັກເກັດ JPS ແລະ ພາຣາມິເຕີທັງໝົດ:

~/jelastic/marketplace/jps/install --jps {jps} [--envName {envName}] [--settings {settings}] [--nodeGroup {nodeGroup}] [--displayName {displayName}] [--region {region}] [--envGroups {envGroups}] [--ownerUid {ownerUid}] [--logsPath {logsPath}] [--loggerName {loggerName}] [--skipNodeEmails {skipNodeEmails}]

ພາຣາມິເຕີໃນວົງຂໍ [ ] ເປັນທາງເລືອກ:

  • jps – ລິ້ງໄປທີ່ໄຟລ Manifest ຫຼືເນື້ອຫາຂອງທ່ານ
  • ການຕັ້ງຄ່າສະເພາະສໍາລັບ jpsType: ຕິດຕັ້ງ manifest (environment ໃໝ່)
    • [displayName] – ຊື່ສົມມຸດສໍາລັບການສ້າງ environment
    • [region] – ຊື່ສະເພາະຂອງແຕ່ລະພູມພາກ (ເຊັ່ນ ຮັບດ້ວຍເມທອດ GetRegions)ທີ່ຈະສ້າງ environment
    • [envGroups] – ລາຍການຂອງກຸ່ມ env environment ທີ່ສ້າງຂຶ້ນຄວນລວມຢູ່ດ້ວຍ (ລະບຸເປັນອາເຣ JSON ເຊັ່ນ [“mygroup”, “group/subgroup”])
  • ການຕັ້ງຄ່າສະເພາະສໍາລັບ jpsType: ອັບເດດmanifest (add-ons ສໍາັລບ environment ທີ່ມີຢູ່)
    • [nodeGroup] – environment layer ທີ່ຄວນໃຊ້ add-ons ກັບ (bl, cp, cache, sqldb, nosqldb, storage, vps, ສ້າງຫຼືກໍານົດຄອນເທັນເນີ Docker ດ້ວຍຕົນເອງ)
  • envName – ຊື່ env ທີ່ສ້າງຂຶ້ນໃໝ່/ເປົ້າໝາຍສໍາລັບການຕິດຕັ້ງແອັບພລິເຄຊັນ/ສ່ວນເສີມຕາມລໍາດັບ
  • [settings] – ລາຍການການຕັ້ງຄ່າທີ່ແພັກເກັດຕ້ອງການ (ລະບຸເປັນ JSON object ທີ່ມີຄູ່ key/value)
  • [ownerUid] – User ID ຂອງບັນຊີທີ່ໃຊ້ຮ່ວມກັນເຊິ່ງຄວນຕິດຕັ້ງແພັກເກັດ JPS
  • [loggerName] – ຊື່ທີ່ສະແດງຖັດຈາກການປະທັບເວລາຂອງການດໍາເນີນການແຕ່ລະຄັ້ງໃນໄຟລ log ການຕິດຕັ້ງ JPS (ຮຽນຮູ້ເພີ່ມເຕີມກ່ຽວກັບ loggerName)
  • [logsPath] – ເສັ້ນທາງໄປທີ່ໄຟລ log ເພື່ອບັນທຶກການຕິດຕັ້ງ JPS (cs.log ໂດຍຄ່າເລີ່ມຕົ້ນ)
  • [skipNodeEmails] – ເປີດນໍາໃຊ້ (true ໂດຍຄ່າເລີ່ມຕົ້ນ) ຫຼືປິດນໍາໃຊ້ (false) ການແຈ້ງເຕືອນທາງອີເມວກ່ຽວກັບການສ້າງໂໜດໃໝ່ສໍາລັບແພັກເກັດນີ້ (ຮຽນຮູ້ເພີ່ມເຈີມກ່ຽວກັບ skipNodeEmails)

ຕອນນີ້ທ່ານສາມາດດໍາເນີນການກັບຕົວຢ່າງກໍລະນີແທ້

  • ການຕິດຕັ້ງສ່ວນເສີມ TimeZone Change ຜ່ານ URL
  • ການຕິດຕັ້ງ JPS ໂດຍໃຊ້ໄຟລກໍານົດຄ່າພ້ອມກັບພາຣາມິເຕີ

ການຕິດຕັ້ງສ່ວນເສີມ TimeZone Change ຜ່ານ URL

ໂປຣແກຣມເສີມ TimeZone Change ຈະຊ່ວຍປ່ຽນເວລາໃນຄອນເທັນເນີໃຫ້ເປັນໂຊນທີ່ຕ້ອງການໄດ້ຢ່າງງ່າຍດາຍ ຂໍ້ມູນຕົ້ນທາງ ແລະ ໄຟລ manifest ຂອງ add-on ສາມາດພົບໄດ້ໃນບ່ອນຈັດເກັບ Jelastic JPS Collection ໃນ GitHub

1. ຕິດຕັ້ງ Jelastic CLI ແລະ ລົງຊື່ເຂົ້າໃຊ້ບັນຊີຂອງທ່ານ ສາມາດເບິ່ງວິທີການໄດ້ທີ່ຄູ່ມືນີ້

2. ຮຽກວິທີການ ຕິດຕັ້ງ ດ້ວຍພາຣາມິເຕີທີ່ຈໍາເປັນ:

~/jelastic/marketplace/jps/install --jps {jps} --envName {envName} --settings {settings} --nodeGroup {nodeGroup}
cli install timezone addon

ໂດຍທີ່:

  • {jps} – ລິ້ງໄປທີ່ໄຟລໂປຣແກຣມເສີມ TimeZone Change manifest ເຊັ່ນ https://raw.githubusercontent.com/jelastic-jps/time-zone-change/master/manifest.jps
  • {envName} – ຊື່ຂອງ environment ທີ່ມີຢູ່ເຊັ່ນmy-app
  • {settings} – ຕາມລາຍການທີ່ສະແດງໂປຣແກຣມເສີມນີ້ຈໍາເປັນຕ້ອງລະບຸພາຣາມິເຕີເພີ່ມເຕີມໜຶ່ງຕົວ – timezone ທີ່ຕ້ອງການເຊັ່ນ {“dashoard_url”:”America/New_York“}
  • {nodeGroup} – ເລເຢີເປົ້າໝາຍຂອງ environment
  • ຫາກບໍ່ມີບັນຫາໃດໆ ສະຄຣິບຈະຕອບກັບດ້ວຍ “result”: 0 (ການດໍາເນີນການາເລັດ)

3. ສໍາລັບໂປຣແກຣມເສີມນີ້ ທ່ານສາມາດກວດສອບລາຍລະອຽດຜົນລັບທີ່ໄຟລ /var/log/jpsaddon.log ໂດຍພີິມຄໍາສັ່ງ:

~/jelastic/environment/file/read --envName {envName} --path "/var/log/jpsaddon.log" --nodeGroup {nodeGroup}
cli read file on application server

ທ່ານຈະເຫັນ timezone ຖືກຕັ້ງຄ່າຮຽບຮ້ອຍແລ້ວຕາມທີ່ລະບຸໄວ້ໃນຂັ້ນຕອນກ່ອນໜ້ານີ້ America/New_York ເວລາທ້ອງຖິ່ນໃນຄອນເທັນເນີທີ່ກ່ຽວຂ້ອງຈະໄດ້ຮັບການປັບຕາມເຂດເວລາໃໝ່ນີ້

ການຕິດຕັ້ງ JPS ໂດຍໃຊ້ໄຟລກໍານົດຄ່າພ້ອມກັບພາຣາມິເຕີ

ທ່ານສາມາດລະບຸພາຣາມິເຕີທັງໝົດພາຍໃນໄຟລດຽວ ແລະ ອ້າງອີງເມື່ອຮຽກໃຊ້ເມທອດ CLI

ໂດຍການສ້າງໄຟລ JSON (ໃຊ້ editor ທີ່ຕ້ອງການ) ດ້ວຍພາຣາມິເຕີທີ່ຈໍາເປັນ ໃນກໍລະນີຂອງເຮົາ ເຮົາຈະຮຽກໃຊ້ JPS ແບບງ່າຍ ເຊິ່ງຈະບັນທຶກຄ່າຂອງພາຣາມິເຕີທີ່ໃຫ້ມາ

{
  "jps": {
    "type": "update",
    "name": "JPS Example",
    "onInstall": {
      "log": "${settings.param1}"
    }
  },
  "envName": "my-app",
  "settings": {
    "param1": "value1"
  },
  "nodeGroup": "cp"
}
create config with example jps

ເຄັດລັບ: ທ່ານສາມາດລະບຸ URL ໄປຍັງໄຟລລາຍການຂອງທ່ານແທນທີ່ຈະລະບຸໃຫ້ຊັດເຈນໃນພາຣາມິເຕີ jps (ຄ້າຍຄືຕົວຢ່າງ TimeZone)

2. ຂັ້ນຕອນຖັດໄປຮຽກວິທີການຕິດຕັ້ງໂດຍໃຊ້ໄຟລການກໍານົດຄ່າທີ່ສ້າງຂຶ້ນ

~/jelastic/marketplace/jps/install --myparams {myparams.json}
cli install jps with configuration file

ເຄັດລັບ: ທ່ານສາມາດລະບຸພາຣາມິເຕີໃຫ້ຊັດເຈນເພື່ອກໍານົດຄ່າພາຍໃນໄຟລໃໝ່ໄດ້ ຕົວຢ່າງເຊັ່ນການປ່ຽນຊື່ environment ໂດຍບໍ່ຕ້ອງປັບໄຟລການກໍານົດຄ່າເອງ:

~/jelastic/marketplace/jps/install –myparams {myparams.json} –envName {envName}

3. ທ່ານສາມາດກວດສອບຄ່າຂອງພາຣາມິເຕີທີ່ລະບຸໄດ້ຖືກບັນທຶກຜ່ານຄອນໂຊນຂອງແພຼັດຟອມຮຽບຮ້ອຍແລ້ວໂດຍຄລິກທີ່ລິ້ງ https://app.manage.huk-com.cloud/console ເພື່ອເບິ່ງ log

การใช้ไฟล์ configuration ພ້ອມລາຍການພາຣາມິເຕີທີ່ກໍານົດໄວ້ລ່ວງໜ້າເປັນວິທີທີ່ດີໃນການຫຼຸດຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການຮຽກຕະຫຼອດໂດຍອັດຕະໂນມັດ