CLI Tutorial: Server Scaling

ເມື່ອ environment ຖືກສ້າງຂຶ້ນແລ້ວໃນບາງກໍລະນີອາດຈະຕ້ອງມີການປ່ຽນໂທໂພໂລຢີ ຍົກຕົວຢ່າງເຊັ່ນ ການປັບຂະໜາດເຊີບເວີໂດຍສະເພາະ ຫຼື ປັບປ່ຽນ environment layer ທັງໝົດ (ໂດຍໃຊ້ການປັບຂະໜາດແນວຕັ້ງແລະແນວນອນຕາມລໍາດັບ) ເນື່ອງຈາກໂຫຼດຂາເຂົ້າທີ່ປ່ຽນແປງ ສາມາດແກ້ໄຂໂທໂພໂລຢີໄດ້ດ້ວຍວິທີ changetopology CLI:

~/jelastic/environment/control/changetopology --envName {env_name} --env '{"engine" : "{engine_type}"}' --nodes ['{"nodeType" : "{node_type}","count" : {nodes_amount}, "fixedCloudlets" : {cloudlets_amount}, "flexibleCloudlets" : {cloudlets_amount}}, {"nodeType" : "{node_type}", "count" : {nodes_amount}, "fixedCloudlets" : {cloudlets_amount}, "flexibleCloudlets" :  {cloudlets_amount}}']
Jelastic CLI change topology

ຕິດຕັ້ງພາຣາມິເຕີ ທີ່ເປັນໄປໄດ້ທັງໝົດຄືກັບວິທີການສ້າງ environment ຍົກເວັ້ນ –envName{env_name} – ຈະຊີ້ໄປທີ່ environment ທີ່ມີຢູ່ແລ້ວເຊິ່ງຄວນປັບປ່ຽນ

ຕົວເລືອກທີ່ເຫຼືອໃນຕົວຢ່າງນີ້ ເຮົາໃຊ້ຕົວເລືອກຕໍ່ໄປນີ້:

  • {engine_type} – ປະເພດອິນສະແຕນຂອງ environment ທີ່ເລືອກນັ້ນຂັບເຄື່ອນໂດຍ ( ສະຕຣິງບັງຄັບ)
  • {node_type} – ປະເພດຂອງສະແຕັກທີ່ລະບຸຕາມ ລາຍການ
  • {nodes_amount} – ຈໍານວນຂອງ node ທີ່ຕັ້ງຄ່າ (ໃຊ້ ການປັບຂະໜາດແນວນອນ)
  • {cloudlets_amount} – ຈໍານວນຂອງ cloudlets ທີ່ກໍານົດໄວ້ (fixedCloudlets) ຫຼື ຢືດຢຸ່ນໄດ້ (flexibleCloudlets) ທີ່ຈະຈັດສັນສໍັາລັບປະເພດໂໜດທີ່ລະບຸ (ໃຊ້ການປັບຂະໜາດ ແນວຕັ້ງ)

ເພີ່ມເຕີມ: ການເຮັດວຽກທີ່ເໝາະສົມສໍາລັບການປັບຂະໜາດແອັບພລິເຄຊັນເຊີບເວີໃນແນວນອນ ຄວນຈະເພີ່ມໂໜດ load balaning ສໍາລັບໂທໂພໂລຢີຂອງທ່ານໄວ້ລ່ວງໜ້າ (ຫາກບໍ່ມີ)

ການກໍານົດຄ່າໃໝ່ຂອງ environment topology ອາດຈະໃຊ້ເວລາຫຼາຍນາທີຈຶ່ງຈະສໍາເລັດ