ການດໍາເນີນການທົ່ວໄປສ່ວນໃຫຍ່ສໍາລັບການຈັດການ environment ທີ່ສ້າງໂດຍ CLI ສາມາດລະບຸການເລີ່ມຕົ້ນ ແລະ ຢຸດການເຮັດວຽກໄດ້ ການໃຊ້ວິທີນີ້ຈະຊ່ວຍຫຼຸດຄ່າໃຊ້ຈ່າຍໄດ້ຢ່າງຫຼວງຫຼາຍໂດຍສະເພາະການພັດທະນາ ແລະ ການທົດລອງ environments (ຕົວຢ່າງເຊັ່ນ ທ່ານສາມາດຢຸດໃຊ້ໃນເວລາກາງຄືນ ແລະ ເລີ່ມອີກຄັ້ງໃນຕອນເຊົ້າເພື່ອພັດທະນາຕໍ່)
1. ການຢຸດ environment ທີ່ບໍ່ຕ້ອງການຊົ່ວຄາວໃຫ້ຣັນຄໍາສັ່ງຕໍ່ໄປນີ້(ໂດຍຈະຕ້ອງແທນທີ່ {env_name} ດ້ວຍຊື່ environment ທີ່ກ່ຽວຂ້ອງ)
~/jelastic/environment/control/stopenv --envName {env_name}

ທ່ານຈະເຫັນ CLI ຕອບສະໜອງດ້ວຍ “result” : 0 ໝາຍເຖິງການດໍາເນີນການຜ່ານສໍາເລັດສົມບູນ ແລະ ບໍ່ມີຂໍ້ຜິດພາດ
2. ຫຼັງຈາກນັ້ນທ່ານສາມາດເລີ່ມຕົ້ນ environment ດ້ວຍວິທີການ startenv ທີ່ຄ້າຍຄືກັນ ແລະ ເຮັດໃຫ້ນໍາໃຊ້ໄດ້ອີກຄັ້ງ:
~/jelastic/environment/control/startenv --envName {env_name}

ພຽງເທົ່ານີ້ທ່ານກໍສາມາດຈັດການ environment ໄດ້ຢ່າງງ່າຍ