Maven Plugin

Maven plugin ເປັນເຄື່ອງມືທີ່ໃຊ້ສໍາລັບສ້າງ ແລະ ຈັດການໂປຣເຈັກ Java ແລະ ມີອົງປະກອບຂອງຟີເຈີ Maven ມາດຕະຖານ ແລະ ເຮັດໃຫ້ຂະບວນການສ້າງນັ້ນງ່າຍຂຶ້ນຜ່ານການປະຕິບັດການ deploy ແລະ ການພັດທະນາທີ່ດີທີ່ສຸດເພື່ອປັບໃຊ້ໂປຣເຈັກໂດຍກົງຜ່ານລະບົບຄລາວ

ເຄັດລັບ: ອີກທາງເລືອກໜຶ່ງທ່ານສາມາດຈັດການໂປຣເຈັກໄລຍະໄກ (ເຊັ່ນ ຈາກບ່ອນໃດກໍໄດ້ໃນອິນເຕີເນັດ ) ໂດຍການສ້າງ Maven build node ທີ່ Huk-Com Cloud PaaS ແລະ ຈັດເກັບໂປຣເຈັກໄວ້ທີ່ລະບົບຄວບຄຸມເວີຊັ່ນ GIT ທີ່ຕ້ອງການ

ເຮັດຕາມຂັ້ນຕອນຖັດໄປນີ້ເພື່ອ deploy ແອັບພລິເຄຊັນ Java ຂອງທ່ານກັບປລັກອິນ Maven:

1. ເລີ່ມຕົ້ນກວດສອບໃຫ້ແນ່ໃຈວ່າ Java Environment ຂອງທ່ານເຮັດວຽກຢູ່ເພື່ອໃຊ້ deploy ໂປຣເຈັກຂອງທ່ານຫາກທ່ານຕ້ອງການສ້າງໃໝ່ສາມາດເັຮດຕາມຄູ່ມີນີ້

2. ກຽມໂປຣເຈັກ Java ໂດຍໃຊ້ເຄື່ອງມືສ້າງ Maven (ທ່ານສາມາດເຮັດດ້ວຍຕົນເອງ ຫຼື ໃຊ້ IDE ກໍໄດ້)

3. ປັບໄຟລກໍານົດຄ່າ pom.xml ໂດຍເພີ່ມ/ຂະຫຍາຍສ່ວນ ແລະ ໃສ່ຄ່າທີ່ຖືກຕ້ອງຕາມດ້ານລຸ່ມນີ້:

<plugin>
 <groupId>com.jelastic</groupId>
 <artifactId>jelastic-maven-plugin</artifactId>
 <version>1.9.3</version>
 <configuration>
    <apiToken>${token}</apiToken> <!--an access token is used instead of a login/password, see note below-->
    <artifact>{artifact}</artifact> <!--artifact to be deployed-->
    <context>{context}</context> <!--preferable context name (ROOT if skipped)-->
    <environment>{envName}</environment> <!--name of a target Jelastic environment-->
    <comment>{comment}</comment> <!--custom comment, if needed-->
   <api_hoster>{hosterDomain}</api_hoster> <!--domain name of your platform-->
 </configuration>
</plugin>
<pluginRepository>
     <id>sonatype-oss-public</id>
     <url>https://oss.sonatype.org/content/groups/public</url>
     <releases>
         <enabled>true</enabled>
     </releases>
     <snapshots>
         <enabled>true</enabled>
     </snapshots>
</pluginRepository>

ເພີ່ມເຕີມ: ທ່ານສາມາດສ້າງ access token ສໍາລັບປລັກອິນ Maven ຜ່ານແດສບອດ


ຢ່າລືມ Save ເພື່ອບັນທຶກການປ່ຽນແປງ

4. ເປີດ command line ທີ່ເຄື່ອງ local ຂອງທ່ານ ແລະ ໄປທີ່ໂຟລເດີໂປຣເຈັກ Maven ທ່ານສາມາດໃຊ້ຄໍາສັ່ງນີ້:

mvn jelastic:deploy -Djelastic.password={password}

ເລີ່ມນໍາໃຊ້ແອັບພລິເຄຊັນຂອງທ່ານໂດຍການແທນທີ່{password}ດ້ວຍລະຫັດຜ່ານບັນຊີ Huk-Com Cloud ຂອງທ່ານ (token)

mvn jelastic:publish

ສ້າງ ແລະ ອັບໂຫຼດໄຟລ .war ໄປທີ່ ການຈັດການ deployment ບັນຊີຂອງທ່ານໂດຍບໍ່ຕ້ອງ deploy ໂປຣເຈັກແທ້ໆ

mvn clean install jelastic:deploy

Redeploys ໂປຣເຈັກຂອງທ່ານຫຼັງຈາກການປ່ຽນແປງໂຄດ

5. หลังจาก deploy ສໍາເລັດແລ້ວ ທ່ານສາມາດໄປທີ່ແດສບອດເພື່ອກວດສອບໃຫ້ແນ່ໃຈວ່າໄຟລໄດ້ຖືກເພີ່ມໄປທີ່ environment ຮຽບຮ້ອຍແລ້ວ

Java project deployed with Maven

ການເຂົ້າເຖິງແອັບພລິເຄຊັນທີ່ທ່ານ deploy ທ່ານສາມາດຄລິກປຸ່ມ Open in Browser ຈະເຫັນແອັບພລິເຄຊັນ Hello World ໃນກໍລະນີຂອງເຮົາ

project opened in browser

ທ່ານຈະເຫັນວ່າໂປຣເຈັກນີ້ສ້າງ ແລະ deploy ສໍາເລັດຜ່ານ Maven