ເລີ່ມຕົ້ນນໍາໃຊ້ປລັກອິນ Eclipse ທ່ານຈະຕ້ອງຕິດຕັ້ງປລັກອິນ ແລະ ຢືນຢັນຕົວຕົນກັບບັນຊີ Huk-Com Cloud ທີ່ການຕັ້ງຄ່າ ດັ່ງນັ້ນເປີດ Eclipse IDE ຂອງທ່ານ ແລະ ດໍາເນີນການຕາມຄູ່ມືດ້ານລຸ່ມ
ການຕິດຕັ້ງປລັກອິນ
1. ເປີດໜ້າ Eclipse Marketplace ດ້ວຍປລັກອິນ Jelastic PaaSຜ່ານບຣາວເຊີ ແລະ ຄລິກປຸ່ມ install ຫຼືລາກປຸ່ມ install ໄປຍັງ Eclipse workspace ຂອງທ່ານ

2. ໃນເຟຣມທີ່ເປີດຢູ່ທ່ານສາມາດກວດສອບ ແລະ ແກ້ໄຂລາຍການຊັອບແວທີ່ຕິດຕັ້ງໄວ້ ຈາກນັ້ນຄລິກ Confirm

3. ຂັ້ນຕອນຕໍ່ໄປນີ້ທ່ານຈະຕ້ອງອ່ານ ແລະ ຍອມຮັບຂໍ້ຕົກລົງຂອງໃບອະນຸຍາດ

4. ຫາກທ່ານໄດ້ຮັບການແຈ້ງເຕືອນຄວາມປອດໄພ ຄລິກ Install anyway ເພື່ອດໍາເນີນການຕໍ່ ແລະ ລໍຖ້າເພື່ອໃຫ້ການດໍາເນີນການນີ້ສໍາເລັດ

5. ຣີສະຕາດ Eclipse IDE ໂດຍຄລິກປຸ່ມ Restart Now ເພື່ອໃຊ້ການປ່ຽນແປງ ພຽງເທົ່ານີ້ທ່ານກໍຕິດຕັ້ງປລັກອິນສໍາເລັດຮຽບຮ້ອຍແລ້ວ

ການຢືນຢັນຕົວຕົນດ້ວຍຂໍ້ມູນຮັບຮອງຈາກບັນຊີ Huk-Com Cloud
ເລີ່ມຕົ້ນນໍາໃຊ້ດ້ວຍການເຊື່ອມຕໍ່ປລັກອິນບັນຊີຂອງທ່ານ ໄປທີ່ Window > Preferences > Jelastic Preferences
ໃນແທັບທີ່ເປີດຂຶ້ນ ໃສ່ອີເມວ ແລະ ລະຫັດຜ່ານຂອງທ່ານລົງໃນຊ່ອງ ແລະ ເລືອກຜູ້ໃຫ້ບໍລິການໂຮສຕິ້ງ Huk-Com Cloud ຈາກລາຍການທີ່ມີຢູ່ (ສໍາລັບ Public Cloud) ຫຼືພິມໂຮສແບບກໍານົດດ້ວຍຕົນເອງ (ສໍາລັບ Private Cloud)

ຄລິກປຸ່ມ Apply and Close ເພື່ອຢືນຢັນຂໍ້ມູນ ເມື່ອຕິດຕັ້ງປລັກອິນ Jelastic Eclipse ສໍາເລັດແລ້ວທ່ານສາມາດຈັດການ environment ແລະ deploy ໂປຣເຈັກໃໝ່ໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງສະລັບລະຫວ່າງ IDE ແລະ ບຣາວເຊີ