CLI Tutorial: Public IPs (External Addresses) Swap

ການດໍາເນີນການສະລັບ Public IPມີປະໂຫຍດສໍາລັບການກໍານົດເສັ້ນທາງຄໍາຂໍຂາເຂົ້າໄປທີ່ environment ຫຼືແອັບພລິເຄຊັນທີ່ຕ້ອງການ ຕົວຢ່າງເຊັ່ນການປ່ຽນ environment ການທົດລອງ ແລະ ການຜະລິດ

ວິທີ SwapExtIps CLI ໃຊ້ສໍາລັບແລກປ່ຽນ IP ພາຍນອກລະຫວ່າງສອງຄອນເທັນເນີໃນກໍລະນີທີ່ມີພຽງໂໜດດຽວເທົ່ານັ້ນທີ່ມີ public IP ໂໜດນັ້ນຈະຖືກຍ້າຍ (ກໍານົດໃໝ່) ໄປທີ່ອິນສະແຕນທີ່ສອງ ວິທີການນີ້ສາມາດເຮັດວຽກກັບໂໜດຂອງ environment ດຽວກັນຫຼືຕ່າງກັນໄດ້ ແຕ່ຕ້ອງຢູ່ພາຍໃນຂອບເຂດຂອງບັນຊີດຽວກັນ ໂດຍດໍາເນີນການຜ່ານຄໍາສັ່ງ:

~/jelastic/environment/binder/swapextips --envName {env_name} --sourceNodeId {source_node_id} --targetNodeId {target_node_id} [--sourceIp {source_ip}] [--targetIp {target_ip}]

ໂດຍລະບຸພາຣາມິເຕີດັ່ງນີ້:

  • {env_name} – ຊື່ environment ທີ່ແນບ IP ພາຍນອກທີ່ຖ່າຍໂອນຢູ່ໃນປະຈຸບັນ
  • {source_node_id} – ຕົວລະບຸໂໜດຈາກ environment ທີ່ກໍານົດໄວ້ເຊິ່ງ IP ຄວນສະລັບ/ຍ້າຍ
  • {target_node_id} – ID ຂອງໂໜດເປົ້າໝາຍ (ສາມາດຢູ່ໃນ environment ໃດກໍໄດ້ໃນບັນຊີ)
  • {source_ip} ແລະ {target_ip} – ພາຣາມິເຕີທາງເລືອກສໍາລັບ 2 addresses ສະເພາະທີ່ຈະສະລັບກັນ(ຫາກບໍ່ໄດ້ລະບຸ IP ພາຍນອກທັງໝົດຈາກໂໜດຕົ້ນທາງຈະຖືກໂອນໄປທີ່ໂໜດເປົ້າໝາຍ ແລະ ໃນທາງກົງກັນຂ້າມກັນ)

CLI swap external IP

ໝາຍເຫດ:
– ກ່ອນໃຊ້ເມທອດ CLI SwapExtIps ຄວນກວດສອບໃຫ້ແນ່ໃຈວ່າໂໜດຕົ້ນທາງ ແລະ ປາຍທາງ (environments) ທັງສອງຣັນຢູ່ພາຍໃນ region ດຽວກັນ

ກ່ອນເປີດຕົວ Jelastic 5.8ເມທອດນີ້ບໍ່ຮອງຮັບ IPv6 ແລະ ໃຊ້ໄດ້ກັບ IPv4 ເທົ່ານັ້ນ

ກ່ອນເປີດຕົວ Jelastic 6.0 ການສະລັບ IP ຈະຫຼົ້ມເຫຼວຫາກ environment ນັ້ນມີໂດເມນທີ່ກໍານົດເອງຜູກໄວ້ຢູ່ແລ້ວ

– ຂະບວນການນີ້ອາດຈະເຮັດໃຫ້ public IP ທີ່ກ່ຽວຂ້ອງເສຍໄປໃນໄລຍະເວລາສັ້ນໆ (ບໍ່ເກີນ 10ວິນາທີ)

– ໂໜດຕໍ່ໄປນີ້ຈະຣີສະຕາດອັດຕະໂນມັດເພື່ອເລີ່ມຕົ້ນ listening addresses ໃໝ່ຫຼັງການດໍາເນີນການ: GlassFish, Apache PHP, Apache Ruby, NGINX PHP, NGINX Ruby

– ຂຶ້ນຢູ່ກັບການບໍລິການທີ່ລວມໄວ້ ອາດຈະຕ້ອງຣີສະຕາດດ້ວຍຕົນເອງສໍາລັບElastic VPS ແລະ Docker Containers ທີ່ກໍານົດເອງເພື່ອປັບໃຫ້ເຂົ້າກັບການປ່ຽນແປງ IP address

– ຂໍແນະນໍາໃຫ້ກວດສອບສະຖານະການເຂົ້າເຖິງຜ່ານ SLBອີກຄັ້ງສໍາລັບໂໜດທັງສອງຫຼັງຈາກການດໍາເນີນການສະລັບ IP

ກະລຸນາລໍຖ້າ IP ຂອງທ່ານຈະຖືກແລກປ່ຽນລະຫວ່າງໂໜດທີ່ລະບຸ ແລະ ລາຍລະອຽດຈະລະບຸໄວ້ໃນການຕອບກັບການດໍາເນີນການ

ເມື່ອທ່ານເຂົ້າໃຈແນວຄິດກ່ຽວກັບວິທີການເຮັດວຽກກັບ CLI ຂອງເຮົາແລ້ວ ທ່ານສາມາດດໍາເນີນການຈັດການ environment ໄດ້ໂດຍອັດຕະໂນມັດ ຕົວຢ່າງເຊັ່ນ ການສ້າງສະຄຣິບທີ່ສອດຄ່ອງກັນສໍາລັບ chains ຂອງການດໍາເນີນການທີ່ໃຊ້ຕະຫຼອດ ທ່ານສາມາດເບິ່ງຂໍ້ມູນທັງໝົດກ່ຽວກັບຄໍາສັ່ງ ແລະ ເມທອດທີ່ມີຢູ່ທັງໝົດໄດ້ໃນເອກະສານ Jelastic API