ທ່ານສາມາດສ້າງໂປຣເຈັກໃນ NetBeans IDE ແລະ deploy ກັບ environment ຂອງທ່ານໄດ້
ການສ້າງໂປຣເຈັກໃໝ່
1. ຄລິກປຸ່ມ New Project ທີ່ດ້ານເທິງແຜງຄວບຄຸມຂອງ NetBeans IDE

2. ເລືອກໝວດໝູ່ Categories -> Java Web ແລະ Project -> Web Application ຈາກນັ້ນຄລິກ Next

3. ໃນໜ້າຕ່າງທີ່ເປີດຂຶ້ນໃຫ້ທ່ານລະບຸ Project Name, Project Location, Project Folder ແລະ ຄລິກNextເພື່ອດໍາເນີນການ

4. ເລືອກເຊີບເວີຂອງທ່ານໃນເມນູ Dropdown ແລະ ຄລິກ Next ອີກຄັ້ງ

5. ຫາກທ່ານຕ້ອງການໃຊ້ frameworks ໃນແອັບພລິເຄຊັນຂອງທ່ານໃຫ້ທ່ານໝາຍຕິກໃສ່ທີ່ຊ່ອງເຟຣມເວີກທີ່ທ່ານຕ້ອງການ ແລະ ຄລິກ Finish

6. ໂປຣເຈັກເວັບໃໝ່ຂອງທ່ານຈະຖືກສ້າງຂຶ້ນ

Deploy Project
1. ຄລິກຂວາທີ່ຊື່ໂປຣເຈັກຂອງທ່ານ ແລະ ເລືອກເມນູ Deploy

2. ໄຟລເກັບຖາວອນ .war ຂອງໂປຣເຈັກທ່ານຈະຖືກສ້າງຂຶ້ນແລະ deploy ກັບແພັດຟອມ

3. ເພື່ອໃຫ້ແນ່ໃຈວ່າທຸກຢ່າງເຮັດວຽກໄດ້ປົກກະຕິ ທ່ານສາມາດເປີດ URL ຂອງທ່ານໃນບຣາວເຊີດ້ວຍຕົນເອງ ຫຼື ຄລິກ Open App in browser ໃນແທັບ Services

ທ່ານຈະເຫັນຜົນລັບແອັບພລິເຄຊັນຂອງທ່ານ

ການຕິດຕັ້ງປລັກອິນ Jelastic NetBeans IDE ເຮັດໃຫ້ທ່ານສາມາດຈັດການພັດທະນາ ແລະ deploy ແອັບພລິເຄຊັນຂອງທ່ານໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງສະລັບໄປມາລະຫວ່າງ IDE ແລະ ບຣາວເຊີ