SMTP (Simple Mail Transfer Protocol) ຄືມາດຕະຖານການຮັບສົ່ງອີເມວຜ່ານເຄືອຂ່າຍອິນເຕີເນັດໂປຣໂຕຄອລ (IP) ການສື່ສານລະຫວ່າງຜູ້ສົ່ງ ແລະ ຜູ້ຮັບ ຈະດໍາເນີນການຜ່ານສະຕຣີມຄໍາສັ່ງ ແລະ ສົ່ງຂໍ້ມູນໂດຍໃຊ້ຂ່ອງທາງສະຕຣີມຂໍ້ມູນທີ່ໜ້າເຊື່ອຖື ເຊິ່ງໂດຍປົກກະຕິຈະເປັນການເຊື່ອມຕໍ່TCP ໃນຄູ່ມືນີ້ຈະສະແດງວິທີການສົ່ງອີເມວຜ່ານ SMTP ໂດຍໃຊ້ໂຮສຕິ້ງຂອງເຮົາ PHP ມີວິທີການຕັ້ງຄ່າດັ່ງນີ້:
PHPMailer ສໍາລັບການສົ່ງອີເມວ
PHPMailer ເແັນການສົ່ງອີເມວແບບດັ່ງເດີມທີ່ມີຟີເຈີຄົບຖ້ວນສໍາລັບ PHP ສາມາດໃຊ້ໄດ້ກັບ PHP v. 5.0 ຫຼືສູງກວ່າ
1. ເຂົ້າສູ່ລະບົບ Huk-Com Cloud
2. ສ້າງ PHP environment ຄລິກທີ່ປຸ່ມ New Environment ແລະເລືອກແທັບ PHP
3. ເລືອກແອັບພລິເຄຊັນເຊີບເວີ Apache ແລະກໍານົດຂີດຈໍາກັດ cloudlets ຈາກນັ້ນເປີດ public IP ສໍາລັບໂນດ apache ປ້ອນຊື່ສໍາລັບ environment ຂອງທ່ານ (ເຊັ່ນ phpmailer) ແລ້ວຄລິກ Create

4. ຄລິກທີ່ລິ້ງເພື່ອດາວໂຫຼດ PHPMailer script
5. ໄປທີ່ Deployment manager ແລະ Upload ແພັກເກັດໄປທີ່ Huk-Com Cloud ແດຊບອດ

6. ກົດປຸ່ມ Browse ເລືອກໄຟລໃນເຄື່ອງຂອງທ່ານແລ້ວກົດປຸ່ມ Upload

7. ເມື່ອອັບໂຫຼດໄຟລຮຽບຮ້ອຍແລ້ວກົດປຸ່ມ Deploy ໄປທີ່ environment ທີ່ສ້າງກ່ອນໜ້ານີ້

8. ຈາກນັ້ນກົດປຸ່ມ Config ຖັດຈາກແອັບພລິເຄຊັນເຊີບເວີຂອງທ່ານແລ້ວເປີດໄຟລ /var/www/webroot/ROOT/config.php

9. ລະບຸຂໍ້ມູນທີ່ຈໍາເປັນທັງໝົດເພື່ອກໍານົດຄ່າການສົ່ງອີເມວຜ່ານ localhost ຫຼືຜ່ານອີເມວບັນຊີທີ່ທ່ານຕ້ອງການສົ່ງ:
ການສົ່ງຜ່ານ Localhost
ທ່ານສາມາດສົ່ງອີເມວໄດ້ໂດຍກົງຈາກແອັບຂອງທ່ານໂດຍບໍ່ຕ້ອງລະບຸອີເມວແທ້ ໃນກໍລະນີນີ້ຈະບໍ່ມີຂໍ້ຈໍາກັດໃດໆກ່ຽວກັບຄວາມຖີ່ ແລະ ປະລິມານອີເມວທີ່ສົ່ງ ແຕ່ສາມາດກວດເບິ່ງການສົ່ງອີເມວຂອງທ່ານວ່າເປັນສະແປມ
ສໍາລັບການກໍານົດຄ່າທ່ານຄວນລະບຸຄ່າພາຣາມິເຕີດັ່ງນີ້:
- host: ລະບຸຄ່າ localhost
- auth: ລະບຸ false (ປິດການນໍາໃຊ້ authentication ເນື່ອງຈາກບໍ່ຈໍາເປັນສໍາລັບ localhost)
- username: ລະບຸຊື່ທີ່ທ່ານຕ້ອງການ (ຊື່ຜູ້ສົ່ງ)
- addreply: ລະບຸອີເມວທີ່ຈະໃຊ້ສໍາລັບການຕອບກັບອີເມວຂອງທ່ານ (ພາຣາມິເຕີນີ້ບັງຄັບໃຫ້ລະບຸຄ່າ)
- replyto: ລະບຸອີເມວດຽວກັບພາຣາມິເຕີ addreply

ກົດປຸ່ມ Save ເພື່ອບັນທຶກການປ່ຽນແປງ ຫຼັງຈາກນັ້ນທ່ານສາມາດຄລິກປຸ່ມ Open in Browser ຖັດຈາກ environment ຂອງທ່ານເພື່ອເບິ່ງຟອມສໍາລັບການສົ່ງອີເມວ

ປ້ອນຂໍ້ມູນສໍາລັບການທົດລອງສົ່ງອີເມວແລ້ວຄລິກ Submit ໃນເວລາບໍ່ດົນອີເມວຈະປະກົດທີ່ກ່ອງຂໍ້ຄວາມຂອງທ່ານ

ເພີ່ມເຕີມ: ຫາກທ່ານບໍ່ໄດ້ຮັບອີເມວ ກະລຸນາກວດເບິ່ງໃນໂຟນເດີສະແປມ
ການສົ່ງອີເມວຜ່ານບັນຊີແທ້
ໃນກໍລະນີທີ່ທ່ານມີອີເມວພິເສດທີ່ລົງທະບຽນສໍາລັບການສົ່ງຈົດໝາຍຂອງທ່ານສາມາດໃຊ້ໄດ້ເຊັ່ນກັນ ບັນຊີລັກສະນະນີ້ຈະບໍ່ຢູ່ໃນໂຟລເດີສະແປມ ແຕ່ຈະມີຂໍ້ຈໍາກັດບາງປະການ ເຊັ່ນຂໍານວນອີເມວທີ່ສົ່ງໄດ້ ໃນຕົວຢ່າງນີ້ເຮົາຈະໃຊ້ gmail.com
ທ່ານສາມາດກໍານົດຄ່າໄດ້ຕາມຕົວຢ່າງນີ້:
- host: state ssl://smtp.gmail.com
- port: 465 (ພອດສໍາລັບຜູ້ໃຫ້ບໍລິການອີເມວຂອງທ່ານ, ໃນກໍລະນີນີ້ຄື gmail)
- username: ລະບຸບັນຊີອີເມວທີ່ທ່ານຕ້ອງການໃຊ້
- password: ລະບຸລະຫັດຜ່ານຂອງບັນຊີອີເມວ username
- addreply ແລະ replyto: ລະບຸບັນຊີອີເມວດຽວກັນກັບ username (ບັນຊີທີ່ທ່ານຕ້ອງການໃຊ້ສົ່ງຈົດໝາຍ)

ກົດປຸ່ມ Save ເພື່ອບັນທຶກການປ່ຽນແປງແລ້ວຄລິກປຸ່ມ Open in Browser ຖັດຈາກ environment ຂອງທ່ານ

ປ້ອນຂໍ້ມູນໃນຊ່ອງ ແລະ ຄລິກ Submit ອີເມວນີ້ຈະປະກົດໃນກ່ອງຈົດໝາຍຂອງທ່ານ

ການໃຊ້ແບບຟອມທີ່ກໍານົດເອງສໍາລັບການສົ່ງອີເມວ
ທ່ານສາມາດກຽມໂຄດແບບຟອມສົ່ງອີເມວຂອງທ່ານ ແລະ ຕັ້ງຄ່າສໍາລັບສົ່ງອີເມວໄດ້
1. ກົດປຸ່ມ Config ຖັດຈາກເຊີບເວີ Apache ຂອງທ່ານ

2. ໄປທີ່ໂຟລເດີ webroot/ROOT ແລ້ວສ້າງໄຟລໃໝ່ເຊັ່ນ mailtest.php

3. ວາງແບບຟອມໂຄດຂອງທ່ານລົງໃນໄຟລທີ່ສ້າງຂຶ້ນແລ້ວກົດປຸ່ມ Save
ທ່ານສາມາດໃຊ້ຕົວຢ່າງນີ້:
<form method=POST ation=#>
From <input type=text name=from><br />
To <input type=text name=to><br />
Subject <input type=text name=subj><br />
Type your message <input type=text name=text><br />
<input type=submit name=sub value=Send>
</form>
<?php
if ($_POST['sub']){
system ("echo {$_POST['text']} | mail -s {$_POST['subj']} -r {$_POST['from']} {$_POST['to']}");}
?>

4.ຄລິກປຸ່ມ Open in Browser ທີ່ environment ຂອງທ່ານແລ້ວເພີ່ມຊື່ໄຟລທີ່ສ່ວນທ້າຍຂອງ URL ທ່ານຈະເຫັນຟອມດັ່ງນີ້

5. ການສົ່ງອີເມວທ່ານສາມາດໃຊ້ໄດ້ທັງ localhost ແລະບັນຊີອີເມວແທ້ (ພຽງພິມ “localhost” ຫຼືອີເມວທີ່ຕ້ອງການໃນຊ່ອງ From) ຫຼັງຈາກໃສ່ຂໍ້ມູນຄົບທຸກຊ່ອງແລ້ວກົດປຸ່ມ Send
ຫຼັງຈາກນັ້ນທ່ານຈະໄດ້ຮັບອີເມວ

ໝາຍເຫດ: ຫາກທ່ານບໍ່ໄດ້ຮັບອີເມວ ກະລຸນາກວດເບິ່ງທີ່ໂຟລເດີສະແປມ