CLI Tutorial: VCS Project Deployment

ການ deploy ຜ່ານ VCS ເປັນວິທີທີ່ໄດ້ຮັບຄວາມນິຍົມ ແລະ ສະດວກສໍາລັບການລວມໂປຣເຈັກເຂົ້າໄປໃນຄລາວ ເນື່ອງຈາກຊ່ວຍໃຫ້ການເຮັດວຽກກັບແຫຼ່ງທີ່ມາຂອງແອັບງ່າຍຂຶ້ນ ແລະ ອັບເດດເວີຊັ່ນໄດ້ຢ່າງງ່າຍດາຍ( ດ້ວຍຕົນເອງ ຫຼື ອັດຕະໂນມັດ ຕາມຊາວງເວລາ) ແລະ ຕົວເລືອກທີ່ຫຼາກຫຼາຍສໍາລັບການຈັດການ VCS deployment ຜ່ານ CLI ເຊິ່ງຈະຊ່ວຍໃຫ້ທ່ານຄວບຄຸມແອັບໄດ້ຢ່າງເຕັມປະສິດທິພາບ

1. ຍົກຕົວຢ່າງການສ້າງໂປຣເຈັກໃໝ່ໂດຍການຣັນຄໍາສັ່ງຕໍ່ໄປນີ້:

~/jelastic/environment/vcs/createproject --envName  {env_name} --type  {type} --context  {context} --url  {url} [--branch  {branch}] --autoupdate {true/false} [--interval  {interval}] --autoResolveConflict {true/false} --zdt {true/false}

ໂດຍລາຍການຂອງພາຣາມິເຕີແບ່ງເປັນກຸ່ມດັ່ງນີ້:

  • ການກໍານົດຄ່າຫຼັກ
    • {env_name} – ຊື່ environment ຂອງທ່ານ
    • {type} – ປະເພດຂອງ VCS git ຫຼື svn; ໃນກໍລະນີທໍາອິດຈໍາເປັນຕ້ອງໃຊ້ພາຣາມິເຕີ {branch} ເພີ່ມເຕີມເພື່ອຊີ້ໄປທີ່ເວີຊັ່ນຂອງໂປຣເຈັກທີ່ກ່ຽວຂ້ອງ
    • {context} – ຊື່ບໍລິສັດສໍາລັບໂປຣເຈັກໃໝ່
    • {url} – ລິ້ງໄປຍັງບ່ອນຈັດເກັບທີ່ເໝາະສົມ
  • ຕົວເລືອກເພີ່ມເຕີມ (ການເປີດນໍາໃຊ້ຈະຖືກກໍານົດດ້ວຍຄ່າ{true/false})
    • autoupdate – ເປີດນໍາໃຊ້ການອັບເດດອັດຕະໂນມັດສໍາລັບການ deploy ໂປຣເຈັກ ຫາກເປີດນໍາໃຊ້ຈະຕ້ອງໃຊ້ພາຣາມິເຕີ{interval} ເພີ່ມເຕີມສໍາລັບການຕັ້ງຄ່າຄວາມຖີ່ redploy ຊໍ້າ
    • autoResolveConflict – ສະລັບປຸ່ມຕົວເລືອກນີ້ເປັນ ON
    • zdt – ອະນຸຍາດໃຫ້ເປີດນໍາໃຊ້ ZDT deployment ສໍາລັບໂປຣເຈັກ PHP

ເພີ່ມເຕີມ: ໃນກໍລະນີທີ່ທ່ານຕອງການເຊື່ອມຕໍ່ private repository ທ່ານຄວນເພີ່ມພາຣາມິເຕີເພື່ອທົດສອບສິດເພີ່ມເຕີມໃນຄໍາສັ່ງຫຼັກ[–login {login}] [–password {password}] [–keyId {keyId}] ທ່ານຕ້ອງລະບຸຕົວເລືອກ {login} (ເພື່ອລະບຸການເຂົ້າສູ່ລະບົບບັນຊີ VCS ຂອງທ່ານ) ແະ ເພີ່ມເຕີມການຕັ້ງຄ່າຕໍ່ໄປນີ້ຕາມປະເພດການເຂົ້າເຖິງ SSH key):

{password} – ລະຫັດຜ່ານບັນຊີ VCS ທີ່ສອດຄ່ອງກັນ
{keyId} – ຊື່ຂອງ private SSH key ທີ່ທ່ານລະບຸຂະນຸະທີ່ເພີ່ມໄປທີ່ແດຊບອດເຊິ່ງຈະຊ່ວຍສ້າງການເຊື່ອມຕໍ່ທີ່ປອດໄພກັບ repo ໂດຍແນບ public SSH key ທີ່ຈັບຄູ່ໄວ້

CLI create VCS project

ຫຼັງຈາກດໍາເນີນການທ່ານຈະເຫັນຂໍ້ຄວາມການຕອບສະໜອງສັ້ນໆກ່ຽວກັບການສ້າງໂປຣເຈັກ

ເຄັດລັບ: ຄໍາສັ່ງທີ່ອະທິບາຍຂ້າງຕົ້ນສອດຄ່ອງກັບຢັງຊັນການເພີ່ມໂປຣເຈັກທີ່ເຟຣມແດຊບອດ ດັ່ງນັ້ນທ່ານສາມາດກັບໄປທີ່ແຜງຄວບຄຸມ GUI ແລະ ຄລິກທີ່ປຸ່ມ Edit ຖັດຈາກໂປຣເຈັກທີ່ປະກົດຂຶ້ນມາໃໝ່ ທ່ານຈະເຫັນຕົວເລືອກທີ່ເໝາະສົມທັງໝົດທີ່ໃຊ້ພາຍໃນການຕັ້ງຄ່າ ຫາກໂປຣເຈັກບໍ່ສະແດງໃຫ້ຣີເຟຣຊໜ້າແດຊບອດຂອງທ່ານ

2. ຂັ້ນຕອນຕໍ່ໄປຄືການຣັນຄໍາສັ່ງອັບເດດເພື່ອໃຊ້ການຕັ້ງຄ່າເຫຼົ່ານີ້ ແລະ ເຮັດໃຫ້ໂປຣເຈັກຂອງທ່ານເຮັດວຽກໄດ້

~/jelastic/environment/vcs/update  --envName  {env_name} --context  {context}

ຕັ້ງຄ່າພາຣາມິເຕີເຊັ່ນດຽວກັບຂັ້ນຕອນກ່ອນໜ້ານີ້

CLI update VCS project

ຕໍ່ຈາກນັ້ນ ຄໍາສັ່ງນີ້ຍັງສາມາດເຮັດໃຫ້ແອັບຂອງທ່ານນໍາໃຊ້ໄດ້ອີກຄັ້ງໂດຍອ້າງອີງຈາກແຫຼ່ງທີ່ມາຂອງ VCS ທີ່ອັບເດດ

3. ໃນກໍລະນີທີ່ທ່ານຕ້ອງການແກ້ໄຂການຕັ້ງຄ່າໂປຣເຈັກ(ເຊັ່ນ ການປ່ຽນເວີຊັ່ນ) ຄວນດໍາເນີນການດັ່ງນີ້

~/jelastic/environment/vcs/editproject --envName  {env_name} --type  {type} --oldcontext  {oldcontext} --newcontext  {newcontext} --url  {url} [--branch  {branch}] --autoupdate {true/false} [--interval  {interval}] --autoResolveConflict {true/false} --zdt {true/false}

ພາຣາມິເຕີທີ່ເພີ່ມເຂົ້າມາ

  • {oldcontext} – ຊື່ຂອງໂປຣເຈັກ(ເຊັ່ນບໍລິບົດ)ທີ່ຄວນປ່ຽນ
  • {newcontext} – ບໍລິບົດສໍາລັບໂປຣເຈັກໃໝ່(ຈໍາເປັນຕ້ອງລະບຸ ທ່ານສາມາດລະບຸຄືກັນກັບ {oldcontext})

ຕົວເລືອກຄ່າທີ່ເໝາະສົມສາມາດປ່ຽນແປງໄດ້ຕາມຄວາມຕ້ອງການຂອງທ່ານ

CLI edit VCS project

ໝາຍເຫດ: ຄໍາສັ່ງນີ້ໄດ້ອັບເດດການຕັ້ງຄ່າໂປຣເຈັກທີ່ກ່ຽວຂ້ອງໃນຂະນະທີ່ອຸປະກອນຄວນຮຽກໃຊ້ວິທີການອັບເດດ(ໃນຂັ້ນຕອນທີ 2)

ແລະນີ້ຄືຂັ້ນຕອນທັງໝົດ ຕອນນີ້ທ່ານສາມາດສ້າງ ແລະ ຈັດການໂປຣເຈັກ VCS ຂອງທ່ານເອງໄດ້ຜ່ານເທີມິນໍຂອງທ່ານ