CLI Tutorial: Environment Creation

ການສ້າງ environments ຜ່ານ command line ມີປະໂຫຍດສໍາລັບໂຊລູຊັນຕ່າງໆ ( ເຊັ່ນ ການຈັດການສະຖານະການ DevOps ທີ່ຊັບຊ້ອນ) ດັ່ງນັ້ນມາເບິ່ງວິທີທີ່ສາມາດເຮັດໄດ້ສໍາເລັດຜ່ານ:

1. ຂັ້ນຕອນເລີ່ມທໍາອິດເຮົາຈະພິຈາລະນາຮູບແບບຕ່າງໆຂອງການດໍາເນີນການນີ້ທີ່ສາມາດນໍາມາໃຊ້ໄດ້

  • ວິທີງ່າຍໆທີ່ບໍ່ຊັບຊ້ອນສໍາລັບການສ້າງ environment ໃໝ່ດ້ວຍ CLI ຄືການປະກາດພາຣາມິເຕີທີ່ຈໍາເປັນດ້ວຍຕົນເອງຜ່ານຄໍາສັ່ງທີ່ເໝາະສົມ ພຽງດໍາເນີນການຕາມວິທີການ createenvironmentຕໍ່ໄປນີ້ໂດຍລະບຸພາຣາມິເຕີທີ່ກໍານົດເອົງຂອງທ່ານ:
~/jelastic/environment/control/createenvironment --env '{"shortdomain" : " {env_name}", "engine" : " {engine_type}"}' --nodes '[{"nodeType" : " {node_type}", "fixedCloudlets" :  {cloudlets_amount}, "flexibleCloudlets" :  {cloudlets_amount}}]'

ໃນຕົວຢ່າງເບື້ອງຕົ້ນຄວນແທນທີ່ດ້ວຍຂໍ້ມູນຕໍ່ໄປນີ້:

  • {env_name} – ຊື່ສໍາລັບ environment ໃໝ່
  • {engine_type} – ປະເພດຂອງພາສາທີ່ຈະໃຂ້ໃນ environment ນີ້
  • {node_type} – ປະເພດຂອງສະແຕັກທີ່ລະບຸຕາມ ລາຍການ
  • {cloudlets_amount} – ຈໍານວນຂອງ cloudlets ທີ່ກໍານົດ ແລະ ຢຄດຢຸ່ນເພື່ອຈັດສັນສໍາລັບໂໜດໂດຍສະເພາະ

ເຄັດລັບ: ເບິ່ງຂໍ້ມູນລະອຽດເພີ່ມເຕີມກ່ຽວກັບພາຣາມິເຕີທີ່ມີຢູ່ໃນຄໍາອະທິບາຍ API method ແລະພາບລວມ CreateEnvironment API

CLI create environment method

ກະລຸນາຊາບວ່າຮູບຂ້າວເທິງໃນ CLI ຕອບສະໜອງດ້ວຍ “result”: 0 ເຊິ່ງໝາຍຄວາມວ່າການດໍາເນີນການສໍາເລັດ ແລະ ບໍ່ມີຂໍ້ຜິດພາດ(ໃຊ້ໄດ້ກັບຄໍາສັ່ງທັງໝົດທີ່ທ່ານຣັນ)

  • ຕົວເລືອກທີສອງທີ່ຮອງຮັບໂດຍ Jelastic CLI ຄືການໃຊ້ໄຟລ JSON ພ້ອມກັບພາຣາມິເຕີຂອງ environment ທັງໝົດທີ່ລະບຸໄວ້ພາຍໃນ ການສ້າງໄຟລພຽງຄັ້ງດຽວທ່ານສາມາດໃຊ້ໄດ້ຫຼາຍຄັ້ງເຊິ່ງໄວກວ່າ ແລະ ສະດວກກວ່າການກໍານົດທຸກຢ່າງດ້ວຍຕົນເອງໃນແຕ່ລະຄັ້ງ

ຕົວຢ່າງສ້າງໄຟລ JSON ຢ່າງງ່າຍດາຍ environment topology ຕໍ່ໄປນີ້:

{
  "env": {
    "shortdomain": "{env_name}",
    "engine": "{engine_type}"
  },
  "nodes": [
    {
      "nodeType": "{node_type}",
      "fixedCloudlets": "{cloudlets_amount}",
      "flexibleCloudlets": "{cloudlets_amount}"
    }
  ]
}

ຢ່າລືມປ່ຽນພາຣາມິເຕີໃນລັກສະນະດຽວກັນກັບທີ່ອະທິບາຍໄວ້ກ່ອນໜ້າ
ຕອນນີ້ທ່ານຕ້ອງສ້າງ environment ໂດຍການໃຊ້ເມທອດ createenvironment ດ້ວຍພາຣາມິເຕີ –myparams ລວມເຖິງ path ໄຟລ .json ເປັນຄ່າ(ຫຼືພຽງແຕ່ຊື່ຫາກໄຟລນັ້ນຢູ່ໃນໂຟລເດີ home):

~/jelastic/environment/control/createenvironment --myparams {path_to_file}

ນອກຈາກນີ້ທ່ານສາມາດກໍານົດໃໝ່ຫຼືເພີ່ມການຕັ້ງຄ່າບາງຢ່າງ (ເຊັ່ນໂດເມນສັ້ນ ພູມພາກ ແລະຊື່ທີ່ສະແດງ) ໃນສ່ວນ env ຂອງໄຟລການກໍານົດຄ່າໂດຍລະບຸໄວ້ໃນວົງເລັບສີ່ຫຼ່ຽມພາຍໃນພາຣາມິເຕີຂອງເມທອດ ຕົວຢ່າງເຊັ່ນ ສະຕຣິງໂດເມນຢ່າງສັ້ນ(ໃນຮູບດ້ານລຸ່ມ) ທ່ານສາມາດແທນທີ່ການຕັ້ງຄ່າທີ່ມີຊື່ດຽວກັນຈາກ JSON ດັ່ງນັ້ນ environment ຈະຖືກສ້າງຂຶ້ນໂດຍໂທໂພໂລຢີດຽວກັນແຕ່ໃຊ້ຊື່ອື່ນ

CLI create environment using json

2. ການສ້າງ Docker-based environment ນັ້ນຄ້າຍຄືກັບວິທີການອະທິບາຍໄວ້ເບື້ອງຕົ້ນແຕ່ມີພາຣາມິເຕີສະເພາະຢູ່ 2-3 ອັນ ດັ່ງນັ້ນການໃຊ້ຄອນເທັນເນີ docker ຜ່ານ Jelastic CLI ທ່ານຕ້ອງດໍາເນີນການຕາມວັກຕໍ່ໄປນີ້:

~/jelastic/environment/control/createenvironment --env '{"shortdomain" : "{env_name}"}' --nodes '[{"nodeType" : "docker", "fixedCloudlets" : {cloudlets_amount}, "flexibleCloudlets" : {cloudlets_amount}, "docker" : {"image" : "{image_name}"}}]'

ຄໍາສັ່ງໃນພາຣາມິເຕີ nodeType ໃນ docker ຄວນແທນທີ່ {image_name} ດ້ວຍທີ່ຢູ່ຂອງເທມເພລດ Docker ທີ່ທ່ານຕ້ອງການ deploy (ໃນຮູບແບບ server.com/images/image_name:tag)

ຕາມນີ້:

  • ກໍລະນີທີ່ເທມເພລດຢູ່ພາຍໃນ Registry Hub ສາມາດຂ້າມຊື່ໂຮສຂອງ registry ໄດ້
  • ທ່ານສາມາດເພີ່ມແທັກເວີຊັ່ນຫຼັງວົງຢືມ “:” ທີ່ສ່ວນທ້າຍຂອງທີ່ຢູ່ image
  • ການຢືນຢັນຕົວຕົນສໍາລັບ private registry ຄວນປະກາດພາຣາມິເຕີ registry ເພີ່ມເຕີມໂດຍລະບຸ URL ແລະ ຂໍ້ມູນຮັບຮອງທີ່ເໝາະສົມ(ເຊັ່ນ ລະຫັດຜ່ານ ແລະ ຜູ້ໃຊ້) ເປັນຄ່າ

ໝາຍເຫດ:ລາຍການພາຣາມິເຕີ Docker ພິເສດທັງໝົດສາມາດເບິ່ງໄດ້ທີ່ເອກະສານ

CLI create Docker-based environment
ກະລຸນາລໍຖ້າ Docker-based environment ຈະຖືກສ້າງຂຶ້ນ ແລະ ພ້ອມທີ່ຈະເຮັດວຽກ