Redis Cluster

Redis cluster ເປັນເຄື່ອງມືສໍາລັບການຈັດເກັບຂໍ້ມູນ ການແຄຊ ການຮັບສົ່ງຂໍ້ຄວາມ ແລະ ວຽກອື່ນໆອີກຫຼວງຫຼາຍ ຕອນນີ້ redis ມີຄວາມສາມາດໃນການປັບຂະໜາດ ແລະ ມີຄວາມໄວສູງ ເຊິ່ງໂຊລູຊັນນີ້ ຈະຕ້ອງກະກຽມ cluster 3 ເຊີບເວີສໍາລັບການແຊຂໍ້ມູນ ຄວາມພ້ອມໃນການນໍາໃຊ້ສູງ ແລະ ມີປະສິດທິພາບສູງ ໂດຍການຈໍາລອງໂນດຫຼັກໄປຍັງໂນດຮອງ ຫາກເຊີບເວີຫຼັກຫຼົ້ມເຫຼວເຊີບເວີຮອງຈະແທນທີ່ອັດຕະໂນມັດ

ຮູບແບບການເຊື່ອມຕໍ່ Redis Cluster

Cluster ສາມາດປັບຂະໜາດເພີ່ມ/ຫຼຸດ ໄດ້ອັດຕະໂນມັດຫຼືຕັ້ງຄ່າດ້ວຍຕົນເອງ ການປັບຂະໜາດແຕ່ລະຄັ້ງຈະດໍາເນີນການໂດຍໂນດຄູ່ – 1 ໂນດຫຼັກ ແລະ 1 ໂນດຮອງ

ຂັ້ນຕອນການຕິດຕັ້ງ Redis Cluster

1. ເຂົ້າສູ່ລະບົບ Huk-Com Cloud

2. ໃນໜ້າແດຊບອດຄລິກທີ່ປຸ່ມ Marketplace

3. ພິມ Redis Cluster ໃນຊ່ອງຄົ້ນຫາ ແລະ ຄລິກ Install

  • Nodes count – ຈໍານວນຂັ້ນຕໍ່າ 6 ໂນດ (3 ໂນດຫຼັກ ແລະ 3 ໂນດຮອງ) ຈາກນັ້ນຈໍານວນໂນດເລີ່ມຕົ້ນຈະເພີ່ມຂຶ້ນ 2 (1 ໂນດຫຼັກ ແລະ 1 ໂນດຮອງ)
  • Enable Horizontal Auto-Scaling – Cluster ຈະຖືກປັບຂະໜາດແນວນອນອັດຕະໂນມັດ ຂຶ້ນຢູ່ກັບການປັບຂະໜາດທຣິກເກີທີ່ຕັ້ງຄ່າໄວ້
  • Environment – ຊື່ environment
  • Display Name – ຊື່ alias
  • Region – ເຊີບເວີປາຍທາງ

ເມື່ອ Redis Cluster ຂອງທ່ານ deploy ສໍາເລັດປັອບອັບນີ້ຈະປະກົດຂຶ້ນ

ແອັບພລິເຄຊັນພ້ອມນໍາໃຊ້ແລ້ວ ທ່ານສາມາດຄລິກລິ້ງ Admin panel URL ແລະ ເຂົ້າສູ່ລະບົບໂດຍການພິມຂໍ້ມູນຮອງຮັບ Username ແລະ Password ພຽງເທົ່ານີ້ທ່ານກໍສາມາດກໍານົດຄ່າ ແລະ ປັບແຕ່ງຕາມທີ່ທ່ານຕ້ອງການໄດ້