ໃນຂະນະທີ່ຕັ້ງຄ່າເວັບໄຊ້ທ່ານອາດຈໍາເປັນຕ້ອງໃຊ້ວິທີການເບິ່ງ ແລະ ອັບເດດຂໍ້ມູນໃນເວັບໄຊ້ທີ່ຊັບຊ້ອນ Web-based Distributed Authoring and Versioning (WebDAV) ເປັນຊຸດສ່ວນຂະຫຍາຍຂອງ HTTP ທີ່ອະນຸຍາດໃຫ້ໄຄລເອັນດໍາເນີນການຂຽນເວັບຈາກໄລຍະໄກໄດ້ ສ່ວນຂະຫຍາຍບາງສ່ວນເຫຼົ່ານີ້ຂຽນທັບການປ້ອງກັນໂດຍການລັອກ ການຈັດການ name-space ແລະ ຄຸນສົມບັດ(metadata) ຢ່າງສົມບູນ ສ່ວນຂະຫຍາຍອື່ນໆໄດ້ແກ່ການນຈັດການເວີຊັ່ນ ຄໍເລັກຊັນຊັ້ນສູງ ແລະ ການຄວບຄຸມການເຂົ້າເຖິງດ້ວຍ HTTP Digest Authentication XMLໃຊ້ເພື່ອເຂົ້າລະຫັດພາຣາມິເຕີ ແລະ ການຕອບສະໜອງ
WebDAV ເປັນ HTTP based ມີໂຄງສ້າງພື້ນຖານທີ່ນໍາໃຊ້ຢ່າງແພ່ຫຼາຍ ແອັບພລິເຄຊັນໃດໆທີ່ສ້າງຂຶ້ນໃນ WebDAV ສາມາດໃຊ້ການເຂົ້າລະຫັດລັບທີ່ເຂັ້ມງວດເພື່ອຢືນຢັນຕົວຕົນ ພຣັອກຊີ ແຄຊ ແລະ ການເຂົ້າລະຫັດດ້ວຍ SSL ຕາມທີ່ທ່ານຕ້ອງການ ຂໍ້ດີອີກປະການໜຶ່ງຄື WebDAV ใช้ XML ສາມາດຂະຫຍາຍໂປຣໂຕຄອລເອງໄດ້ໂດຍບໍ່ຕ້ອງແຕກອອກມາ
ທ່ານສາມາດໃຊ້ WebDAV ເພື່ອສ້າງ ປ່ຽນແປງ ຄັດລອກ ແລະ ຍ້າຍໄຟລໃນເຊີບເວີຂອງທ່ານ ທ່ານສາມາດສ້າງ ແລະ ຈັດການໄຟລໄດເຣັກເຕີຣີໃນ cloud ໄດ້ໂດຍກົງພຽງເຂົ້າເຖິງໄຟລເຫຼົ່ານັ້ນຜ່ານ HTTP/HTTPS ດ້ວຍການໃຊ້ WebDAV ທ່ານສາມາດເຂົ້າເຖິງໄຟລແອັບພລິເຄຊັນຂອງທ່ານໄດ້ຟຣີທັນທີ ແລະ ປອດໄພທຸກທີ່ທີ່ມີການເຊື່ອມຕໍ່ເຄືອຂ່າຍ
ດັ່ງນັ້ນມາເບິ່ງວິທີການສໍາລັບ Java ແອັບພລິເຄຊັນໃນ cloud
ການສ້າງ Environment
1. ເຂົ້າສູ່ລະບົບ Huk-Com Cloud
2. rພາຍໃນໜ້າແດຊບອດ ຄລິກປຸ່ມ New Environment
3. ໃນໜ້າ Environment Topology ເລືອກແອັບພລິເຄຊັນເຊີບເວີຂອງທ່ານ (ເຊັ່ນ Tomcat 7 ຫຼື 6) ຈາກນັ້ນໃສ່ຊື່ environment ຂອງທ່ານເຊັ່ນwebdavtest

ກະລຸນາລໍຖ້າ environment ຂອງທ່ານຈະຖືກສ້າງຂຶ້ນ

ອັບໂຫຼດແພັກເກັດ Java ຂອງທ່ານ
1. ອັບໂຫຼດແພັກເກັດ Java WAR ໄປທີ່ Deployment Manager

2. ເມື່ອອັບໂຫຼດແພັກເກັດຮຽບຮ້ອຍແລ້ວ ຄລິກປຸ່ມ deploy ໄປທີ່ environment ທີ່ທ່ານສ້າງໄວ້ກ່ອນໜ້ານີ້

ຄລິກປຸ່ມ Open in Browser ເພື່ອກວດຄືນເບິ່ງວ່າທຸກຢ່າງຮຽບຮ້ອຍ

ການກໍານົດຄ່າ Tomcat
Tomcat ກະກຽມລາຍລະອຽດເຄື່ອງມື WebDAV ໂດຍໃຊ້ WebDAV Servlet ເຊິ່ງຮ່ວມຢູ່ໃນ Tomcat distributions ມາດຕະຖານທັງໝົດ ທ່ານສາມາດເຮັດຕາມຂັ້ນຕອນຖັດໄປເພື່ອກໍານົດຄ່າ ແລະ ທົດລອງການເຊື່ອມຕໍ່ WebDAV:
1. ຄລິກປຸ່ມ Config ທີ່ແອັບພລິເຄຊັນເຊີບເວີ Tomcat

2. Tomcat ຈະມາພ້ອມກັບ WebDAV Level 2 servlet ທ່ານສາມາດເປີດນໍາໃຊ້ການເື່ອມຕໍ່ Tomcat WebDAV ໂດຍການເພີ່ມໄຟລ web.xml (ໄດເຣັກເຕີຣີ server)
<servlet>
<servlet-name>webdav</servlet-name>
<servlet-class>org.apache.catalina.servlets.WebdavServlet</servlet-class>
<init-param>
<param-name>debug</param-name>
<param-value>0</param-value>
</init-param>
<init-param>
<param-name>listings</param-name>
<param-value>true</param-value>
</init-param>
<!-- The following for read-write access -->
<init-param>
<param-name>readonly</param-name>
<param-value>false</param-value>
</init-param>
</servlet>
<servlet-mapping>
<servlet-name>webdav</servlet-name>
<url-pattern>/webdav/*</url-pattern>
</servlet-mapping>

3. ກະລຸນາກວດຄືນເພື່ອໃຫ້ແນ່ໃຈວ່າສະເພາະຜູ້ທີ່ໄດ້ຮັບອະນຸຍາດເທົ່ານັ້ນທີ່ສາມາດເຂົ້າເຖິງ WebDAV ກັບ context ຂອງທ່ານໄດ້ ໄປທີ່ tomcat-users.xml ສ້າງຜູ້ໃຊ້ໃໝ່ ແລະ ກໍານົດບົດບາດໃໝ່ ຕົວຢ່າງເຊັ່ນ
<tomcat-users>
<user name="test" password="tomcat" roles="role1" />
</tomcat-users>

4. ກໍານົດ role ທີ່ທ່ານຫາກໍສ້າງຂຶ້ນໃນສ່ວນ auth-constraint ຂອງໄຟລ web.xml:
<auth-constraint>
<role-name>role1</role-name>
</auth-constraint>

5. ບັນທຶກການປ່ຽນແປງ ແລະ ຣີສະຕາດ Tomcat

ການເຊື່ອມຕໍ່ເຊີບເວີ
1. ສ້າງການເຊື່ອມຕໍ່ໃໝ່ໂດຍໃຊ້ desktop client ສໍາລັບ WebDav (ຕົວຢ່າງເຊັ່ນ BitKinex)

2. ປ້ອນ URL ຂອງເຊີບເວີທ່ານ (http://{your_env_name}.{hoster_domain}/{context}/webdav) ລະບຸການເຂົ້າສູ່ລະບົບ ຊື່ຜູ້ໃຊ້ ແລະ ລະຫັດຜ່ານ Tomcat ຂອງທ່ານ

3. ທ່ານຈະເຫັນການເຊື່ອມຕໍ່ເຊີບເວີສໍາເລັດ

ທ່ານຈະເຫັນໄຟລຂອງທ່ານເຊິ່ງສາມາດແກ້ໄຂ ອັບເດດ ເພີ່ມໄຟລໃໝ່ … ໄດ້ ຂໍໃຫ້ມີຄວາມມ່ວນຊື່ນ!