
Sendmail ເປັນ open-source ຖ່າຍໂອນເມວທີ່ໄດ້ຮັບຄວາມນິຍົມສູງສໍາລັບລະບົບ UNIX ເຊິ່ງທົ່ວໄປແລ້ວສ່ວນໃຫຍ່ຈະຈັດສົ່ງເປັນຊຸດພ້ອມກັບ Linux ແລະ ຮອງຮັບໂປຣໂຕຄອລການຖ່າຍໂອນເມວຫຼາຍຢ່າງ(ເຊັ່ນ SMTP, ESMTP ແລະອື່ນໆ) ເຊິ່ງອອກແບບມາເພື່ອກໍານົດເສັ້ນທາງອີເມວຜ່ານອິນເຕີເນັດ ແລະ ເຄືອຂ່າຍພາຍໃນ
ການສົ່ງ Sendmail ຈະລວມຢູ່ໃນການສ້າງແອັບພລິເຄຊັນເຊີບເວີທັງໝົດ (ຍົກເວັ້ນ IIS) ໂດຍຄ່າເລີ່ມຕົ້ນ ແນວໃດກໍຕາມຄວາມສາມາດໃນການຣັນບໍລິການນີ້ໃນຄອນເທັນເນີຈະຂຶ້ນຢູ່ກັບການຕັ້ງຄ່າຂອງຜູ້ໃຫ້ບໍລິການໂຮສ ໂດຍຈະຕ້ອງເປີດນໍາໃຊ້ public key
ທ່ານສາມາດນໍາໃຊ້ Sendmail ໄດ້ທີ່ Huk-Com Cloud ໂດຍມີຂັ້ນຕອນດັ່ງນີ້:
ການເປີດນໍາໃຊ້ Sendmail
ວິທີທີ່ງ່າຍທີ່ສຸດໃນການເປີດນໍາໃຊ້ Sendmail ຄືການເປີດ public IP ທີ່ແອັບພລິເຄຊັນເຊີບເວີຂອງທ່ານຜ່ານ topology wizard (ໃນຂະນະທີ່ສ້າງ environment ຫຼືສາມາດກົດປຸ່ມChange Environment Topology ສໍາລັບ environment ທີ່ສ້າງແລ້ວ)

ຫຼັງຈາກທີ່ environment ຂອງທ່ານມີ public IP ຮຽບຮ້ອຍແລ້ວບໍລິການ Sendmail ຈະເລີ່ມເຮັດວຽກໂດຍອັດຕະໂນມັດ ທ່ານສາມາດເລີ່ມນໍາໃຊ້ໄດ້ທັນທີ
ການສົ່ງຂໍ້ຄວາມຜ່ານ Sendmail
ທ່ານສາມາດເບິ່ງວິທີການສົ່ງ Sendmail ວ່າເຮັດແນວໃດດ້ວຍການສົ່ງອີເມວທົດລອງຢ່າງງ່າຍດາຍ
1. ເຊື່ອມຕໍ່ແອັບພລິເຄຊັນເຊີບເວີຂອງທ່ານຜ່ານ SSH
2. ພິມຕາມຄໍາສັ່ງດ້ານລຸ່ມເພື່ອສົ່ງຈົດໝາຍ
echo "{text}" | sendmail -f {from_address} -v {to_address}
ໂດຍທີ່:
- {text} – ຂໍ້ຄວາມໃນຈົດໝາຍຂອງທ່ານເຊັ່ນ Jelastic – Unlimited PaaS and Container-Based IaaS
- {from_address} – ທີ່ຢູ່ອີເມວຂອງຜູ້ສົ່ງໃນຮູບແບບ [email protected]
- {to_address} – ທີ່ຢູ່ອີເມວຂອງຜູ້ຮັບໃນຮູບແບບ [email protected]

3. ເພື່ອໃຫ້ແນ່ໃຈວ່າທຸກຢ່າງເຮັດວຽກໄດ້ປົກກະຕິ ໃຫ້ທ່ານເຂົ້າໄປທີ່ບັນຊີອີເມວທີ່ທ່ານສົ່ງຂໍ້ຄວາມໄປ ແລະ ກວດເບິ່ງກ່ອງຈົດໝາຍສໍາລັບຂໍ້ຄວາມໃໝ່ ( ການຈັດສົ່ງອາດໃຊ້ເວລາ 2-3 ນາທີ)

ຕອນນີ້ທ່ານສາມາດນໍາໃຊ້ Sendemail ໄດ້ແລ້ວ ຫາກທ່ານສົນໃຈການກໍານົດຄ່າລະລະອຽດເພີ່ມເຕີມ ແລະ ວິທີແກ້ບັນຫາທີ່ຊັບຊ້ອນ ທ່ານສາມາດເບິ່ງ ເອກະສານນີ້ ເພີ່ມເຕີມໄດ້