CLI Tutorial: Container Redeploy

ໃນຄູ່ມືນີ້ເຮົາຈະສະແດງວິທີການ redeploy ຄອນເທັນເນີໃໝ່ຈາກແທັກ image ໜຶ່ງໄປຍັງອີກແທັກໜຶ່ງ ຫາກຈໍາເປັນຕົວເລືອກນີ້ຈະຮອງຮັບການປັບໃຊ້ເລເຢີທັງໝົດ

1. ຂັ້ນຕອນທໍາອິດຄົ້ນຫາຊື່ envionment ແລະ node ID/layer ຂອງຄອນເທັນເນີທີ່ຄວນ redeploy ໃໝ່ທ່ານສາມາດເບິ່ງຂໍ້ມູນທີ່ຈໍາເປັນຜ່ານແດຊບອດ ຫຼື ໃຊ້ເມທອດ GetEnvs ແລະ GetEnvInfo ເພື່ອຮັບຂໍ້ມູນໂດຍກົງຈາກເທີມິນໍ ( ສໍາັລບ environment ທັງໝົດ ຫຼື ຕາມລໍາດັບ)

cli get environment names and info

ທ່ານຈະໄດ້ຮັບຂໍ້ມູນຂອງ environment – layer names, node IDs, Docker images, tags

2. ເມືອ່ທ່ານມີ ID ຂອງຄອນເທັນເນີ ແລະ ເລເຢີ (ຊື່ nodeGroup) ທ່ານສາມາດເບິ່ງລາຍການແທັກທີ່ມີໃຊ້ສໍາລັບ image ໂດຍໃຊ້ເມທອດ GetContainerNodeTags ພ້ອມກັບພາຣາມິເຕີຊື່ environment และ node ID:

~/jelastic/environment/control/getcontainernodetags --envName {envName} --nodeId {nodeId}
cli view available tags for node

ໃນກໍລະນີຂອງເຮົາຈະສະແດງລາຍການແທັກສໍາລັບ redis

3. ຕອນນີ້ທ່ານຈະມີຂໍ້ມູນທັງໝົດທີ່ຈໍາເປັນສໍາລັບການ redeploy ຄອນເທັນເນີໃໝ່ຜ່ານ CLI ແລ້ວຮຽກໃຊ້ເມທອດ RedeployContainers

~/jelastic/environment/control/redeploycontainers --envName {envName} [--nodeGroup {nodeGroup}] [--nodeId {nodeId}] --tag {tag} [--useExistingVolumes {useExistingVolumes}] [--login {login}] [--password {password}]

ໂດຍໃຊ້ພາຣາມິເຕີຕໍ່ໄປນີ້:

  • {envName} – ຊື່ environment ທີ່ຈະປັບໃຊ້ຄອນເທັນເນີໃໝ່
  • {nodeGroup} – ລະບຸເລເຢີຂອງ environment ທີ່ຈະອັບເດດ (ບໍ່ບັງຄັບ)
  • {nodeId} – ລະບຸຈໍານວນຄອນເທັນເນີສໍາລັບການປັບໃຊ້ໃໝ່ໂດຍສະເພາະ (ບໍ່ບັງຄັບ)

ໝາຍເຫດ: ທ່ານຕ້ອງລະບຸພາຣາມິເຕີ {nodeGroup}ຫຼື {nodeId}ເພື່ອກໍານົດເປົ້າໝາຍໃນການດໍາເນີນການ ໂດຍເມທອດຈະລະເວັ້ນ {nodeGroup} ຫາກມີການລະບຸທັງຄູ່ ແລະ ຈະຫຼົ້ມເຫຼວຫາກບໍ່ມີການລະບຸ

  • {tag} – ເວີຊັ່ນຂອງ image ທີ່ຈະປັບໃຊ້
  • {useExistingVolumes} – ຕັ້ງຄ່າເປັນ true ເພື່ອເກັບຂໍ້ມູນໄວ້ໃນ volumes ທີ່ mount ໄວ້ພາຍໃນຄອນເທັນເນີທີ່ອັບເດດ (ບໍ່ບັງຄັບ)
cli redeploy containers

ຂະບວນການນີ້ອາດຈະໃຊ້ເວລາຫຼາຍນາທີ ແລະ ຈະຕອບສະໜອງດ້ວຍ result: “0” (ການດໍາເນີນການສໍາເລັດ) ລວມເຖິງເວີຊັ່ນກ່ອນ ແລະ ຫຼັງປັບໃຊ້ໃໝ່ ຕະຫຼອດຈົນໄລຍະເວລາຂອງການອັບເດດຄອນເທັນເນີແຕ່ລະລາຍການ