CLI Tutorial: Environment Migration

ບາງຄັ້ງທ່ານອາດຈໍາເປັນຕ້ອງຍ້າຍແອບພລິເຄຊັນຂອງທ່ານໄປທີ່ພູມພາກທີ່ມີເງື່ອນໄຂ ຫຼື ຕໍາແໜ່ງທີ່ດີກວ່າຫຼືຍົກຕົວຢ່າງເຊັ່ນການໂຄລນ environment ຫຼາຍຊຸດລະຫວ່າງຮາດແວຕ່າງໆເພື່ອໃຫ້ມີຄວາມພ້ອນໍາໃຊ້ຫຼາຍຂຶ້ນ ການດໍາເນີນການໄລຍະໄກທ່ານຈະຕ້ອງດໍາເນີນການດ້ວຍວິທີການຍ້າຍຂໍ້ມູນ migrate CLI ຜ່ານເທີມິນໍຂອງທ່ານ ດັ່ງນັ້ນມາເບິ່ງລາຍລະອຽດເພີ່ມເຕີມ:

1. ຂັ້ນຕອນທໍາອິດເບິ່ງລາຍຊື່ພູມພາກທີ່ມີຢູ່ໃນແພຼັດຟອມ ໂດຍໃຊ້ຄໍາສັ່ງ getregions ທ່ານສາມາດໃຊ້ຕົວກອງການຄົ້ນຫາທີ່ເໝາະສົມເພື່ອຫຼຸດເອົ້າພຸດ ແລະເຮັດໃຫ້ເຂົ້າໃຈງ່າຍຂຶ້ນ:

~/jelastic/environment/control/getregions | sed -rne '/(uniqueName|isEnabled|displayName)/{/Name/,/isEnabled/p}'
CLI get regions info

ທ່ານຈະເຫັນລາຍການ environment regions ທີ່ມີຢູ່ໃນບັນຊີຂອງທ່ານ (ໂດຍທີ່ “isEnabled” ລະບຸເປັນ true) ພ້ອມຊື່ທີ່ແດສບອດ (displayName) ແລະຕົວລະບຸທີ່ບໍ່ຊໍ້າກັນ (uniqueName) ໃນທີ່ນີ້ທ່ານຈະຕ້ອງຈື່ພາຣາມິເຕີສຸດທ້າຍ

ໝາຍເຫດ: ລາຍການທໍາອິດຈະສະແດງຂໍ້ມູນສ່ວນກາງໃນ data center ຂະນະທີ່ພາຣາມິເຕີຂອງພູມພາກທີ່ທ່ານຕ້ອງການກູ້ຄືນສໍາລັບການດໍາເນີນການເພີ່ມເຕີມ ຈະສະແດງລະດັບດ້ານລຸ່ມ(ວັກດັ່ງກ່າວຈະຖືກເລື່ອນໄປທາງຂວາ) ຄ່າ uniqueName ທີ່ຂີດວົງມົນໄວ້ຂ້າງເທິງ

2. ຄວນກວດກາຄວາມເປັນໄປໄດ້ໃນການຍ້າຍຂໍ້ມູນກ່ອນດໍາເນີນການຍ້າຍໂດຍໃຊ້ວິທີ CheckMigrationPossibility CLI ດ້ວຍຄໍາສັ່ງຕໍ່ໄປນີ້:

~/jelastic/environment/control/checkmigrationpossibility --envName {env_name} --hardwareNodeGroup {region_id}

ໂດຍທີ່:

  • {env_name} – ຊື່ຂອງ environment ທີ່ທ່ານຕ້ອງການຍ້າຍພູມພາກໃໝ່
  • {region_id} – unique identifier ຂອງ environment region ຈາກຂັ້ນຕອນກ່ອນໜ້າ
CLI check migtration possibility

3. ຕອນນີ້ທ່ານມີຂໍ້ມູນທີ່ຈໍາເປັນທັງໝົດເພື່ອເຮັດຂັ້ນຕອນການຍ້າຍ

~/jelastic/environment/control/migrate --envName {env_name} --hardwareNodeGroup {region_id} --isOnline {true/false}

ພາຣາມິເຕີໃໝ່ໃນທີ່ນີ້ຄືພາຣາມິເຕີ isOnline ເຊິ່ງສາມາດຕັ້ງຄ່າເປັນ {true/false} ເພື່ອໃຊ້ໂໝດການຍ້າຍຂໍ້ມູນແບບ live ຫຼື offline ໄດ້ຕາມລໍາດັບ

CLI migrate environment

ກະລຸນາລໍຖ້າ(ເວລາການຍ້າຍຈະຂຶ້ນຢູ່ກັບເນື້ອຫາໃນ environment ຂອງທ່ານ) ການດໍາເນີນການຈະສໍາເລັດ ແລະ ຍ້າຍແອັບພລິເຄຊັນສໍາເລັດ