Java Developer’s Center




ປະຈຸບັນນີ້ Huk-Com Cloud PaaS ເປັນ multilingual ທີ່ມີການສ້າງ Java Cloud ແລະຍັງຄົງເນັ້ນພາສາການຂຽນໂປຣແກຣມເປັນຫຼັກ ຄູ່ມືນີ້ເຮົາຈະອະທິບາຍກ່ຽວກັບຟີເຈີທີ່ມີລັກສະນະພິເສດຂອງໂຮສ Java ພາຍໃນແພັດຟອມ ແລະ ທ່ານສາມາດນໍາໃຊ້ຟັງຊັນທີ່ຫຼາກຫຼາຍໄດ້ຢ່າງງ່າຍດາຍ

ທ່ານສາມາດໃຊ້ສາລະບານດ້ານລຸ່ມເພື່ອຄົ້ນຫາຂໍ້ມູນທີ່ຕ້ອງການພາຍໃນຄູ່ມືໄດ້ໄວຂຶ້ນ:

  • Java Versions
  • Java Application Servers
  • Java Environment Creation
  • Java Application Deployment
  • Domains Management
  • Automatic Vertical Scaling
  • Horizontal Scaling: Manual and Automatic
  • Java Clusterization
  • Database Connection to Java Application

Java Versions

ປະຈຸບັນມີເວີຊັ່ນ Java ດັ່ງນີ້

  • AdoptOpenJDK: 8.0.312; 11.0.13; 13.0.2; 14.0.2; 15.0.2; 16.0.2
  • Amazon Corretto: 8.322.06; 11.0.14.10.1; 15.0.2.7.1; 16.0.2.7.1
  • Eclipse OpenJ9: 0.11.0 (8u192-b12; 11.0.1); 0.15.1 (8u222-b10; 11.0.4); 0.17.0 (8u232-b09; 11.0.5; 13.0.1); 0.18.1(8u242-b08; 11.0.6; 13.0.2) 0.20.0 (8u252-b09; 11.0.7); 0.21.0 (8u262-b10; 8u265-b01; 11.0.8; 14.0.2); 0.22.0 (15.0.0); 0.23.0 (8u272-b10; 11.0.9); 0.24.0 (8u282-b08; 11.0.10); 0.25.0-16; 0.26.0 (8u292-b10; 11.0.11); 0.27.0 (8u302-b08; 11.0.12); 0.29.0 (8u312-b07; 11.0.13); 0.30.0 (8u322-b06; 11.0.14)
  • Eclipse Temurin: 8.0.322; 11.0.14; 17.0.2
  • GraalVM CE (ປະຈຸບັນສໍາລັບ Java Engine ແລະ Maven ເທົ່ານັ້ນ): 19.3.1; 20.2.0; 21.3.0; 22.0.0.2
  • Liberica JDK: 8.0.322; 11.0.14; 13.0.2; 14.0.2; 15.0.0; 16.0.0; 17.0.2
  • Oracle JDK Dev: 7.0_79; 8.0_202; 11.0.2
  • Oracle OpenJDK: 7.0.261; 8.0.322; 11.0.14; 13.0.2; 14.0.2; 15.0.2; 16.0.2; 17.0.2; 18.0; 19.ea-b16
  • Zulu Community: 7.0.332; 8.0.322; 11.0.14; 13.0.9; 14.0.2; 15.0.6; 16.0.2; 17.0.2

Java ເວີຊັ່ນ 6, 9, 10 ແລະ 12 ບໍ່ສາມາດສ້າງ environment ໃໝ່ໄດ້ເນື່ອງຈາກເວີຊັ່ນເຫຼົ່ານີ້ໝົດອາຍຸການນໍາໃຊ້ແລ້ວ ແນວໃດກໍຕາມ ອິນສແຕນ ທີ່ມີຢູ່ແລ້ວຍັງສາມາດເຮັດວຽກໄດ້ຢ່າງສົມບູນ (ລວມເຖິງການ redeploy ການໂຄລນ ການປັບຂະໜາດແນວນອນ)

ທ່ານສາມາດເລືອກເວີຊັ່ນທີ່ຕ້ອງການໃນຂະນະທີ່ສ້າງ environment ໄດ້ ແລະ ສາມາດປ່ຽນເວີຊັ່ນໄດ້ພາຍຫຼັງ ທ່ານສາມາດເບິ່ງຂັ້ນຕອນໄດ້ໃນເອກະສານ Java Versions

Java Application Servers

Huk-Com Cloud ຮອງຮັບ Java Engine ແລະ Java Application Servers ທີ່ຫຼາກຫຼາຍດັ່ງນີ້:

  • GlassFish
  • Jetty
  • Payara
  • Spring Boot
  • Tomcat
  • TomEE
  • WildFly

ອ່ານເອກະສານດ້ານລຸ່ມສໍາລັບຂໍ້ມູນເພີ່ມເຕີມທີ່ກ່ຽວກັບເຊີບເວີ Java ພາຍໃນແພັດຟອມ

  • Java App Server Configuration
  • Java Garbage Collection
  • Java Agent
  • Java Tutorials

Java Environment Creation

ການໂຮສແອັບພລິເຄຊັນ Java ທ່ານຈະຕ້ອງສ້າງ environment ໃຫ້ເໝາະສົມຄລິກປຸ່ມ New Environment ໄປທີ່ແທັບ Java ແລະເລືອກແອັບພລິເຄຊັນເຊີບເວີ Java, database ແລະສະແຕັກອື່ນໆທີ່ຕ້ອງການ ທ່ານສາມາດປັບແຕ່ງການຕັ້ງຄ່າ cloudlets, disk space, region ແລະອື່ນໆຕາມການນໍາໃຊ້ຂອງທ່ານ ຈາກນັ້ນຄລິກ Create

Java environment creation

ເຊີບເວີທີ່ທ່ານເພີ່ມເຂົ້າມາທັງໝົດຈະເປັນຄອນເທັນເນີແຍກກັນຢ່າງສົມບູນ ເຊິ່ງຕັ້ງຢູ່ໃນໂຮສທີ່ແຕກຕ່າງກັນເພື່ອໃຫ້ມີຄວາມພ້ອມໃນການນໍາໃຊ້ຫຼາຍຂຶ້ນ ໂດຍການແຍກຄອນເທັນເນີຈະຊ່ວຍຫຼຸດຄວາມສ່ຽງທີ່ຈະລົບກວນຄອນເທັນເນີອື່ນ ທ່ານສາມາດແນບ public IP ກັບເຊີບເວີເຫຼົ່ານີ້ໄດ້ເພື່ອເຂົ້າເຖິງຄອນເທັນເນີໂດຍກົງ ( ຫາກໃຊ້ການຕັ້ງຄ່າເລີ່ມຕົ້ນ ຄໍາຂໍທີ່ຖືກສົ່ງເຂົ້າມາທີ່ແອັບພລິເຄຊັນຂອງທ່ານຈະຖືກ proxy ໂດຍ shared load balancer)

Java Application Deployment

ຫຼັງຈາກສ້າງ environment ຮຽບຮ້ອຍທ່ານສາມາດ deploy ແອັບພລິເຄຊັນ java ຂອງທ່ານດ້ວຍຂະບນການ deploy ອັດຕະໂນມັດຢ່າງສົມບູນເຊິ່ງຈະຊ່ວຍໃຫ້ທ່ານເລີ່ມ ແລະຣັນໂປຣເຈັກໄດ້ຢ່າງງ່າຍດາຍ

ວິທີການ deploy ທີ່ຮອງຮັບທັງໝົດ 3 ວິທີດັ່ງນີ້:

  • ຜ່ານແອັບພລິເຄຊັນ archive.war, .zip, .jar, and .ear archives
  • ຈາກ GIT/SVN remote repository, ໂດຍໃຊ້ Maven build node
  • ໃຊ້ pluginsAnt Task, Eclipse, IntelliJ IDEA, Maven ແລະ NetBeans

Java application deployment

ທ່ານສາມາດອ່ານເອກະສານທີ່ເໝາະສົມເພື່ອຮຽນຮູ້ກ່ຽວກັບການ deploy ແອັບພລິເຄຊັນ java ຕາມຫົວຂໍ້ນີ້

ນອກຈາກນີ້ຍັງມີຄໍາແນະນໍາສໍາລັບການຈັດການໂປຣເຈັກຂອງທ່ານຜ່ານ Gitblit ແລະ WebDAV

Domains Management

ທ່ານສາມາດຜູກຊື່ໂດເມນຂອງທ່ານກັບ URL ຂອງແອັບພລິເຄຊັນ ແລະ ສາມາດໃຊ້ແທນໂດເມນ environment ໄດ້

  • CNAME redirect ຫາກທ່ານໃຊ້ Shared Load Balancer; ເຊິ່ງເໝາະສົມກັບ environment ທີ່ກໍາລັງທົດລອງ ແລະ ພັດທະນາ
  • DNS A Record ຫາກທ່ານໃຊ້Public IP; ສາມາດຮອງຮັບປະລິມານ traffic load ສູງ ແລະ ເໝາະສົມກັບ production environments

ນອກຈາກນີ້ຍັງມີຟີເຈີສະລັບໂດເມນ SwapExtIps API/CLI ທ່ານສາມາດອັບເກຣດແລະແກ້ໄຂແອັບພລິເຄຊັນຂອງທ່ານໄດ້ໂດຍບໍ່ມີ downtime (ຜູ້ໃຊ້ຈະບໍ່ສັງເກດເຫັນວ່າເວັບຂອງທ່ານຢຸດຊະງັກ)

Java domains management

ເຄັດລັບ: ໃນແຕ່ລະ environment ທ່ານສາມາດໃຊ້ຫຼາຍໂດເມນໄດ້ເພື່ອເພີ່ມຄວາມສາມາດໃນການນໍາໃຊ້ ປະສິດທິພາບ ແລະ ຄວາມສາມາດໃນການປັບຂະໜາດ ອີກທັງປະຢັດຄ່າໃຊ້ຈ່າຍໂດຍບໍ່ຈໍາເປັນຕ້ອງຄັ້ງຄ່າອິນສະແຕັນແຍກກັນສໍາລັບແອັບຕ່າງໆ ຍົກຕົວຢ່າງທີ່ເໝາະສົມດັ່ງນີ້:

Multiple Domains for Tomcat
Multiple Domains for GlassFish
Multiple Domains for PHP

Automatic Vertical Scaling

ແພັດຟອມໄດ້ກະກຽມ cloudlets ແບບ dynamic (ເຊັ່ນຊັບພະຍາກອນ RAM ແລະ CPU) ທີ່ແອັບພລິເຄຊັນຂອງທ່ານຕ້ອງໃຊ້ຈັດການກັບ load ປະຈຸບັນພຽງແຕ່ທ່ານລະບຸຂີດຈໍາກັດສູງສຸດ maximum limit ຈາກນັ້ນແພັດຟອມຈະດໍາເນີນການທຸກຢ່າງໂດຍອັດຕະໂນມັດ ທ່ານບໍ່ຈໍາເປັນຕ້ອງແກ້ໄຂຊັບພະຍາກອນດ້ວຍຕົນເອງ ເຊິ່ງເອີ້ນຟີເຈີນີ້ວ່າ automatic vertical scaling ໃຫ້ແນ່ໃຈວ່າທ່ານຈະບໍ່ຈ່າຍຄ່າບໍລິການຫຼາຍເກີນໄປສໍາລັບຊັບພະຍາກອນທີ່ບໍ່ໄດ້ນໍາໃຊ້ ແລະ ຈະບໍ່ປະສົບບັນຫາຊັບພະຍາກອນບໍ່ພຽງພໍ

automatic vertical scaling pricing image

ໃນການຕັ້ງຄ່າຫຼືປ່ຽນຂີດຈໍາກັດການປັບຂະໜາດແນວຕັ້ງ ທ່ານສາມາດໃຊ້ຕົວເລື່ອນທີ່ເໝາະສົມພາຍໃນໂທໂພໂລຢີ

configure Java vertical scaling

Horizontal Scaling: Manual ແລະ Automatic

ໃນກໍລະນີທີ່ແອັບພລິເຄຊັນຂອງທ່ານໄດ້ຮັບຄວາມນິຍົມຢ່າງສູງ ແລະ ໂນດດຽວບໍ່ພຽງພໍ ທ່ານສາມາດປັບຂະໜາດແນວນອນເພື່ອເພີ່ມໂນດເຊິ່ງຈະເຮັດໃຫ້ໝັ້ນໃຈໄດ້ວ່າແອັບພລິເຄຊັນຂອງທ່ານມີຄວາມໜ້າເຊື່ອຖື ແລະ ຄວາມພ້ອມໃນການນໍາໃຊ້ສູງ ໂດຍໂນດທີ່ເພີ່ມໃໝ່ທັງໝົດຈະຖືກສ້າງຂຶ້ນໃນ hardware node ທີ່ແຕກຕ່າງກັນ

Java horizontal scaling

ຄລິກປຸ່ມ +/- ທີ່ການຕັ້ງຄ່າ Horizontal Scaling ໃນການຕັ້ງຈໍານວນໂນດເພີ່ມຂຶ້ນ load balancer ຈະຖືກເພີ່ມໂດຍອັດຕະໂນມັດ

ທ່ານສາມາດປັບປ່ຽນໂມດການປັບຂະໜາດດັ່ງນີ້:

  • Stateless – ສ້າງໂນດໃໝ່ທັງໝົດພ້ອມກັນຈາກເທມເພລດ image ທີ່ມີຢູ່ໃນແພັດຟອມ
  • Stateful – ຄັດລອກໄຟລຂອງຄອນເທັນເນີຫຼັກໄປທີ່ໂນດໃໝ່ຕາມລໍາດັບ


ການປັບຂະໜາດແບບ horizontal ສາມາດເຮັດໄດ້ທັງແບບ manual ແລະ automatic ທ່ານສາມາດຕັ້ງຄ່າ trigger ໃຫ້ລະບົບປັບຂະໜາດແນວນອນອັດຕະໂນມັດໄດ້ໂດຍຄລິກປຸ່ມ Setting ທີ່ environment ທີ່ທ່ານຕ້ອງການ ແລະ ເລືອກເມນູ Auto Horizontal Scaling ທ່ານສາມາດຕັ້ງເງື່ອນໄຂການປັບຂະໜາດຕາມທີ່ທ່ານຕ້ອງການເຊັ່ນ ຕັ້ງເປີເຊັນສໍາລັບການເພີ່ມໂນດ ແລະ ຫຼຸດໂນດ ສໍາລັບປະເພດຊັບພະຍາກອນທີ່ລະບຸໃນຊ່ວງເວລາໃດໜຶ່ງ ຫາກໂຫຼດຢູ່ນອກຂີດຈໍາກັດທີ່ຕັ້ງໄວ້ຂະບວນການລົບ/ເພີ່ມ ໂນດຈະຖືກຮຽກອັດຕະໂນມັດ

ທ່ານສາມາດເລືອກຊັບພະຍາກອນທີ່ຕ້ອງການກວດເບິ່ງການນໍາໃຊ້ ແລະ ຕັ້ງຄ່າ trigger ໄດ້ດັ່ງນີ້:

  • CPU
  • Memory (RAM)
  • Network
  • Disk I/O
  • Disk IOPS

Java auto horizontal scaling

ທຣິກເກີຈະເລີ່ມກວດສອບການນໍາໃຊ້ຊັບພະຍາກອນທັນທີຫຼັງຈາກເພີ່ມເງື່ອນໄຂ ເມື່ອລະດັບການນໍາໃຊ້ເກີນຂີດຈໍາກັດທີ່ລະບຸທຣິກເກີຈະຖືກຮຽກໃຊ້ ຈາກນັ້ນຫາກໂຫຼດຍັງຄົງຢູ່ໃນຊ່ວງເວລາທີ່ກໍານົດ ລະບົບຈະດໍາເນີນການໂດຍປັບຈໍານວນໂນດໂດຍອັດຕະໂນມັດ

Java Clusterization

ການສ້າງແອັບພລິເຄຊັນເຊີບເວີແບບຄລັດສເຕີເປັນການຈໍາລອງເຊສຊັນລະຫວ່າງຄູ່ໂນດ ໂດຍບໍ່ຈໍາເປັນຕ້ອງໃຊ້ຊັອບແວເພີ່ມເຕີມຫຼື memcached ເພື່ອເພີ່ມຄວາມພ້ອມນໍາໃຊ້ຂອງແອັບພລິເຄຊັນ

ແພັດຟອມໄດ້ກະກຽມການຈໍາລອງເຊສຊັນອັດຕະໂນມັດລະຫວ່າງເຊີບເວີ Tomcat ແລະ TomEE ດ້ວຍ multicast ເພື່ອໃຫ້ເວັບແອັບພລິເຄຊັນມີຄວາມພ້ອມໃນການນໍາໃຊ້ສູງພາຍໃນຄລັດສເຕີ Java ໂດຍທ່ານສາມາດເປີດນໍາໃຊ້ຟີເຈີ High Availability ໄດ້ທີ່ໜ້າໂທໂພໂລຢີຂະນະທີ່ສ້າງ environment

Java clusterization

ການສ້າງຄລັດສເຕີອັດຕະໂນມັດທີ່ທັນສະໄໝກວ່າສໍາລັບ GlassFish, Payara, ແລະ WildFly ສາມາດເຮັດໄດ້ຕາມເອກະສານນີ້

Java auto-clustering

ການເຊື່ອມຕໍ່ Database ໄປທີ່ Java Application

ທ່ານສາມາດຕິດຕັ້ງເຊີບເວີ database ທີ່ສາມາດປັບຂະໜາດ ແລະ ຈັດການໄດ້ຢ່າງສົມບູນພາຍໃນ Java environment ສໍາລັບການສ້າງການເຊື່ອມຕໍ່ ທ່ານສາມາດປັບແອັບພລິເຄຊັນຂອງທ່ານຕາມຄໍາແນະນໍາ database ແຕ່ລະປະເພດທີ່ທ່ານຕ້ອງການນໍາໃຊ້

Huk-Com Cloud ໃຫ້ບໍລິການໂຮສຕິ້ງ Java ທີ່ມີູວາມພ້ອມໃນການນໍາໃຊ້ສູງ ຄວາມຊໍ້າຊ້ອນ ແລະ ມີຄວາມສາມາດໃນປັບຂະໜາດເຊີບເວີທີ່ເປັນຈຸດແຂງສໍາລັບແອັບພລິເຄຊັນຂອງທ່ານ