ວິທີການສ້າງ SFTP ດ້ວຍຕົນເອງ

1. ເຂົ້າສູ່ລະບົບ Huk-Com Cloud Dashboard

2. ທ່ານຈະຕ້ອງມີ public IP ສໍາລັບ environment ເພື່ອເຊື່ອມຕໍ່ກັບ SFTP ແລະ ຄລິກປຸ່ມ WebSSH

ໝາຍເຫດ: ທ່ານຈະຕ້ອງຕິດຕັ້ງ add-on Root Access ເພື່ອກໍານົດຄ່າ username ແລະ password ໂດຍຄລິກປຸ່ມ Install


3. ໃນໜ້າຕ່າງ Web-SSH ທີ່ປະກົດໃຫ້ທ່ານເຂົ້າສິດ root ໂດຍໃຊ້ຄໍາສັ່ງ sudo su

4. ຈາກນັ້ນເພີ່ມ username ສໍາລັບ SFTP ໂດຍການກໍານົດຄ່າທີ່ path /etc/passwd ແລະ ເພີ່ມຄໍາສັ່ງນີ້:

jelastic-ftp:x:700:700::/var/www/webroot/ROOT:/bin/false

4. ທ່ານສາມາດຕັ້ງລະຫັດຜ່ານຂອງທ່ານໄດ້ໂດຍໃຊ້ຄໍາສັ່ງ passwd jelastic-ftp

5. ແກ້ໄຂການກໍານົດຄ່າ sshd ໂດຍພິມຄໍາສັ່ງvim /etc/ssh/sshd_config ເລື່ອນລົງໄປວັກທີ 129 ຄອມເມັ້ນ Subsystem ແລະ ເພີ່ມຄໍາສັ່ງດັ່ງຮູບ:

Subsystem    sftp    internal-sftp

ໃນສ່ວນລຸ່ມໃຫ້ເພີ່ມ user ໂດຍພິມຄໍາສັ່ງດັ່ງນີ້:

Match User jelastic-ftp
        X11Forwarding no
        AllowTCPForwarding no
        ForceCommand internal-sftp

6. ກວດກາຄວາມຖືກຕ້ອງໂດຍພິມຄໍາສັ່ງ sshd -t

ທ່ານຈະເຫັນຜົນລັບແບບນີ້ສະແດງວ່າກໍານົດຄ່າສໍາເລັດແລ້ວ

7. ຣີສະຕາດ service ໂດຍພິມຄໍາສັ່ງ service sshd restart

8. ທ່ານສາມາດນໍາໃຊ້ SFTP ໄດ້ແລ້ວ ເຊິ່ງເຮົາຈະຍົກຕົວຢ່າງການເຊື່ອມຕໍ່ຜ່ານໂປຣແກຣມ FileZilla

ປ້ອນ host, username ແລະ password ທີ່ທ່ານໄດ້ຕັ້ງຄ່າໄວ້ ຈາກນັ້ນກົດປຸ່ມ Quickconnect ຈະຂຶ້ນສະຖານະ successful

ຕອນນີ້ທ່ານສາມາດຖ່າຍໂອນໄຟລຈາກເຄື່ອງຂອງທ່ານໄປທີ່ environment ໄດ້ແລ້ວ