WebSockets Support for Java

WebSocket protocol ຖືກນໍາມາໃຊ້ເພື່ອແທນທີ່ການສື່ສານແບບສອງທິດທາງທີ່ໃຊ້ HTTP ເປັນ Transport layer ເຊິ່ງໃນເບື້ອງຕົ້ນ HTTP ບໍ່ໄດ້ມີໄວ້ເພື່ອວັດຖຸປະສົງເຫຼົ່ານີ້ ເທັກໂນໂລຢີໃໝ່ນີ້ຊ່ວຍຮັບຮອງການສ້າງການເຊື່ອມຕໍ່ແບບ TCP full-duplex ລະຫວ່າງໄຄຼເອິນ ແລະ ເຊີບເວີໂດຍຂໍ້ຄວາມຈະຖືກສົ່ງທັນທີ ເທັກໂນໂລຢີ WebSockets ໄດ້ຮັບການອອກແບບໃຫ້ເຮັດວຽກໃນພອດ HTTP ມາດຕະຖານ (80 ແລະ 443) ແລະ ເພື່ອຮອງຮັບ HTTP proxies ແລະຕົວກາງເຊິ່ງສະແດງເຖິງການແລກປ່ຽນທີ່ມີປະສິດທິພາບ ແລະ ໜ້າເຊື່ອຖື

WebSockets ປະສົມປະສານເທັກໂນໂລຢີນີ້ກັບ Shared Load Balancer ແລະ NGINX balance node ດັ່ງທ່ານຈຶ່ງສາມາດນໍາໃຊ້ໄດ້ເຖິງແມ່ນວ່າບໍ່ມີ IP address ພາຍນອກແນບກັບເຊີບເວີຂອງທ່ານວຶທີການໃຊ້ WebSockets ທີ່ງ່າຍທີ່ສຸດສໍາລັບແອັບພລິເຄຊັນຄືວາງ NGINX balancer ໄວ້ທາງໜ້າ-ສາມາດເບິ່ງລາຍລະອຽດໄດ້ ທີ່ນີ້

ແນວໃດກໍຕາມຫາກທ່ານບໍ່ຕ້ອງການໃຊ້ວິທີນີ້ ທ່ານສາມາດໃຊ້ WebSockets protocol ຮ່ວມກັບ Java application servers ການນໍາໃຊ້ໂດຍທົ່ວໄປຈະດໍາເນີນການຜ່ານການກໍານົດຄ່າແອັບພລິເຄຊັນຂອງທ່ານເອງ ເຊິ່ງບໍ່ມີການກໍານົດຄ່າພິເສດໃດໆ

ຂໍ້ຍົກເວັ້ນພຽງຢ່າງດຽວຄື GlassFish ເນື່ອງຈາກຕ້ອງມີການກໍານົດຄ່າຝັ່ງເຊີບເວີບາງອັນສໍາລັບການເປີດນໍາໃຊ້ WebSockets ເຊິ່ງທ່ານສາມາດເຮັດຕາມຄໍາແນະນໍາງ່າຍໆດ້ານລຸ່ມ

ການສ້າງ Environment ແລະການ Deploy Project

1. ເຂົ້າສູ່ລະບົບ Huk-Com Cloud Dashboard ດ້ວຍຊື່ຜູ້ໃຊ້ ແລະ ລະຫັດຜ່ານ

2. ຄລິກ New Environment ຢູ່ດ້ານຊ້າຍໃນແດຊບອດ

3. ໃນໜ້າ Topology ສະລັບໄປທີ່ແທັບ Java ແລະເລືອກ Glassfish ເປັນແອັບພລິເຄຊັນເຊິບເວີຂອງທ່ານ ຕັ້ງຄ່າຂີດຈໍາກັດຊັບພະຍາກອນທີ່ທ່ານຕ້ອງການໂດຍເລື່ອນແຖບ cloudlets ໃນ vertical scaling ຈາກນັ້ນໃສ່ຊື່ environment ຂອງທ່ານ (ເຊັ່ນ java-websockets) ແລະກົດປຸ່ມ Create

WebSockets Java env wiz

4. ກະລຸນາລໍຖ້າ environment ຂອງທ່ານຈະຖືກສ້າງຂຶ້ນ ແລະປະກົດທີ່ໜ້າແດຊບອດ

WebSockets Java env created

5. ທ່ານສາມາດ deploy ແອັບພລິເຄຊັນທີ່ທ່ານຮອງຮັບ WebSockets protocol ໄດ້ຜ່ານ archive/URL ໃນເຄື່ອງຂອງທ່ານຫຼືຜ່ານບ່ອນຈັດເກັບ VCS ໄລຍະໄກພຽງເພີ່ມໂໜດ Maven ໃນ environment topology ຂອງທ່ານ ແລະ ເັຮດຕາມ ຄູ່ມືນີ້

WebSockets Java deployed

ການເປີດນໍາໃຊ້ GlassFish WebSockets

ຂັ້ນຕອນຕໍ່ໄປຄືການເປີດນໍາໃຊ້ WebSockets ສໍາລັບແອັບພລິເຄຊັນເຊີບເວີ GlassFish ຂອງທ່ານເຊິ່ງຄວນດໍາເນີນການຜ່ານ Administration Console ດັ່ງນັ້ນຂັ້ນຕອນທີ່ຈໍາເປັນມີດັ່ງນີ້:

1. ໄປທີ່ແຜງຄວບຄຸມ GlassFish admin ເຊິ່ງສາມາດເຂົ້າເຖິງໄດ້ຜ່ານແດຊບອດ (ໂດຍຄລິກປຸ່ມ Additionally ທີ່ env ຂອງທ່ານ ແລະເລືອກ Admin panel > Login) ຫຼືເຂົ້າເຖິງຜ່ານລິ້ງໂດຍກົງ (ລະບົບສົ່ງໃຫ້ທາງອີເມວຫຼັງຈາກການສ້າງ environment ສໍາເລັດ)

WebSockets Java admin panel

2. ເປີດບຣາວເຊີຂອງທ່ານ ແລະ ລະບຸຂໍ້ມູນປະຈໍາຕົວທີ່ທ່ານໄດ້ຮັບໃນອີເມວເພື່ອ Login ເຂົ້າສູ່ລະບົບ

WebSockets Java login

3. ເມື່ອເຂົ້າສູ່ລະບົບແລ້ວໃຫ້ໄປທີ່ເມນູດ້ານຊ້າຍ Configurations > gfcluster-config > Network Config > Protocols > http-listener-1 ຈາກນັ້ນສະລັບໄປທີ່ແທັບ HTTP ແລະໝາຍຕິກໃສ່ຊ່ອງສໍາລັບຕົວເລືອກ Websockets Support ດ້ານລູ່ມ

ຢ່າລືມກົດ Save ການຕັ້ງຄ່າໃໝ່

WebSockets Java webs supp

4. ກັບໄປທີ່ໜ້າແດຊບອດ ແລະRestart GlassFish ເພື່ອໃຊ້ການປ່ຽນແປງ

WebSockets Java restart

ເມື່ອທ່ານກໍານົດຄ່າທັງໝົດນີ້ຮຽບຮ້ອຍແລ້ວ ທ່ານສາມາດກວດເບິ່ງການເຮັດວຽກຂອງແອັບພລິເຄຊັນທ່ານໄດ້ໂດຍຄລິກປຸ່ມ Open in Browser